• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ກຳປູເຈຍ ສືບຕໍ່ສ້າງສາຍພົວພັນມິດຕະພາບທີ່ປັນມູນເຊື້ອ

      ໃນຕອນຄ່ຳວັນທີ 08 ຕຸລາ, ທ່ານ ຫງວຽນທ້ຽນເຍີນ ເລຂາຄະນະພັກນະຄອນ ໂຮ່ຈີ໋ມີງ ໄດ້ຕ້ອນຮັບຄະນະຜູ້ແທນ ກຳປູເຈຍ ທີ່ພວມເຂົ້າຮ່ວມການພົບປະມິດຕະພາບ ແລະ ການຮ່ວມມືປະຊາຊົນລະຫວ່າງ ຫວຽດນາມ - ກຳປູເຈຍ 

ທ່ານ ເລຂາຄະນະພັກນະຄອນ ໂຮ່ຈີ໋ມີງ ຫງວຽນທ້ຽນເຍີນ 
      ໂດຍທ່ານນາງ Men Sam An, ຮອງນາຍົກລັດຖະມົນຕີ ກຳປູເຈຍ, ປະທານສູນກາງ ສະມາຄົມມິດຕະພາບ ກຳປູເຈຍ - ຫວຽດນາມ ເປັນຫົວໜ້າຄະນະ. ທ່ານ ເລຂາຄະນະພັກນະຄອນ ໂຮ່ຈີ໋ມີງ ຫງວຽນທ້ຽນເຍີນ ຢືນຢັນວ່າ: ພັກ, ລັດ, ປະຊາຊົນ ຫວຽດນາມ ເວົ້າລວມ, ໃນນັ້ນມີ ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ໂຮ່ຈີ໋ມີງ ຍາມໃດກໍ່ເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອເພີ່ມພູນຄູນສ້າງ ແລະ ພັດທະນາສາຍພົວພັນກັບ ກຳປູເຈຍ ດ້ວຍທິດນຳແມ່ນຄວາມສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ແບບຍືນຍົງຍາວນານ, ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ການພັດທະນາຂອງພາກພື້ນ ແລະ ໂລກ.
        ທ່ານນາງ Men Sam An, ຮອງນາຍົກລັດຖະມົນຕີ ກຳປູເຈຍ, ປະທານສູນກາງ ສະມາຄົມມິດຕະພາບ ກຳປູເຈຍ - ຫວຽດນາມ, ໃຫ້ຄຳໝັ້ນສັນຍາຈະພ້ອມກັບ ສະມາຄົມມິດຕະພາບ ກຳປູເຈຍ - ຫວຽດນາມ ສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວທາງການທູດປະຊາຊົນລະຫວ່າງສອງປະເທດ, ເພີ່ມທະວີໂຄສະນາສຶກສາຄົນຮຸ່ນໜຸ່ມສອງປະເທດຮັກສາ ແລະ ເສີມຂະຫຍາຍຄວາມສາມັກຄີມິດຕະພາບທີ່ເປັນມູນເຊື້ອອັນດີງາມ, ເພື່ອສັນຕິພາບ ແລະ ການພັດທະນາ ຂອງ ແຕ່ລະປະເທດ.
        ລາຍການ “ພົບປະມິດຕະພາບ ແລະ ການຮ່ວມມືປະຊາຊົນ ຫວຽດນາມ - ກຳປູເຈຍ” ຄັ້ງທີ IV ໂດຍສູນກາງສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຈັດຕັ້ງແຕ່ວັນທີ 7 ເຖີງວັນທີ 12 ຕຸລາ, ຢູ່ນະຄອນ ໂຮ່ຈີ໋ມີງ, ແຂວງ ບີ່ງເຢືອງ ແລະ ແຂວງ ບ່າເຣ້ຍ - ຫວູງເຕົ່າ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top