• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ​ານ​ລັດ​ຖະ​ທຳ​ມະ​​ນູນ ໄທ ປົດຕຳ​ແໜ່ງນາ​ຍົກ​ລັດ​ຖະ​ມົນ​ຕີ ສຳ​ລັບ​ທ່ານ​ນາງ ແພ​ທອງ​ທານ ຊິນ​ນະ​ວັດ

ຕອນບ່າຍວັນທີ 29 ສິງຫາ, ສານລັດຖະທຳມະນູນ ໄດ້ອອກຖະແຫຼງການປົດຕຳແໜ່ງນາຍົກລັດຖະມົນຕີສຳລັບທ່ານນາງ ແພທອງທານ ຊິນນະວັດ ດ້ວຍເຫດຜົນລະເມີດມາດຖານຈັນຍາບັນທາງວິຊາຊີບ.
(ພາບປະກອບ: ທ່ານນາງ ແພທອງທານ ຊິນນະວັດ ກ່າວຄຳເຫັນຕໍ່ວົງການນັກຂົ່າວຢູ່ບາງກອກ ໃນວັນທີ 23 ມິຖຸນາ 2025, ເມື່ອຍັງດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີໄທ (ພາບ: THX/TTXVN)

ຂໍ້ຕົກລົງດັ່ງກ່າວໄດ້ຍົກອອກມາພາຍຫຼັງການໂອ້ລົມທາງໂທລະສັບຖືກຮົ່ວໄຫຼເມື່ອເດືອນ ມິຖຸນາ 2025 ໂດຍສະແດງໃຫ້ເຫັນວ່າ ທ່ານນາງ ແພທອງທານ ມີການກ່າວປາໄສທີ່ກໍ່ໃຫ້ເກີດການໂຕ້ຖຽງກັນໃນຈຸດເວລາສະພາບຄວາມເຄັ່ງຕຶງຢູ່ຊາຍແດນລະຫວ່າງ ໄທ ແລະ ກຳປູເຈຍ ພວມເພີ່ມຂຶ້ນ. ຫຼັງຈາກນັ້ນ, ທ່ານນາງ ແພທອງທານກໍໄດ້ຢັ້ງຢືນຄວາມຖືກຕ້ອງຂອງເທບບັນທຶກສຽງດັ່ງກ່າວແລ້ວ, ພ້ອມທັງຢັ້ງຢືນວ່າ ນີ້ແມ່ນສ່ວນໜຶ່ງ “ໃນຍຸດທະສາດເຈລະຈາ” ໃນບັນດາຊາຍແດນ ກັບ ກຳປູເຈຍ ເພື່ອແນໃສ່ປົກປັກຮັກສາສັນຕິພາບ, ອະທິປະໄຕແຫ່ງຊາດ ແລະ ຮັບປະກັນຜົນປະໂຫຍດໃຫ້ແກ່ປະຊາຊົນໄທ.

ດ້ວຍຄຳຕັດສິນຄັ້ງນີ້, ທ່ານນາງ ແພທອງທານ ຈະແມ່ນນາຍົກລັດຖະມົນຕີຄົນທີ 5 ໃນຮອບເວລາ 17 ປີຜ່ານມາ ຖືກປົດຕຳແໜ່ງຕາມບັນດາຄຳຕັດສິນຂອງສານລັດຖະທຳມະນູນ. ທ່ານນາງ ແພທອງທານ ກໍຈະຖືກປົດອອກຈາກຕຳແໜ່ງນາຍົກລັດຖະມົນຕີ, ຄະນະລັດຖະບານຂອງທ່ານນາງກໍຖືກຍົກເລີກເພື່ອເປີດການເລືອກຕັ້ງນາຍົກລັດຖະມົນຕີຄັ້ງໃໝ່ ແລະ ສ້າງຕັ້ງຄະນະລັດຖະບານໃໝ່ໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ເລີ່​ມ​ລົງ​ມື​ກໍ່​ສ້າງ​ໂຄງ​ການຫໍ​ຊຸມ​ຊົນ ຕ້ານ​ນ້ຳ​ຖ້ວມ 100 ຫຼັງ​

ເລີ່​ມ​ລົງ​ມື​ກໍ່​ສ້າງ​ໂຄງ​ການຫໍ​ຊຸມ​ຊົນ ຕ້ານ​ນ້ຳ​ຖ້ວມ 100 ຫຼັງ​

ໂຄງ​ການ​ລົງ​ທຶນ​ກໍ​່​ສ້າງ​ຫໍ​ຊຸມ​ຊົນ​ປະ​ສົມ​ກັບ​ການ​ປ້ອນ​ກັນ, ຕ້ານ​ພາ​ຍຸ​ຢູ່ ບັນ​ດາ​ບ້ານ, ຖະ​ໜົນ​ໃນ​ບໍ​ລິ​ເວນ​ແຂວງ​ດັກ​ລັກ (ໄລ​ຍະ 1) ມີ​ຍອດ​ເງິນ​ລົງ​ທຶນກວ່າ 170 ຕື້​ດົ່ງ (ເກືອບ 6,5 ລ້ານ USD)

Top