ຂ່າວສານ
ສ້າງແລວນິຕິກຳທີ່ໝັ້ນທ່ຽງ, ບຸກທະລຸ, ມີຄວາມເປັນໄປໄດ້ເພື່ອພັດທະນາຕົວເມືອງພິເສດ ແລະ ເຂດເສດຖະກິດພິເສດ
ຕອນບ່າຍວັນທີ 2 ກໍລະກົດ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານຫງວຽນວັນທັ້ງ ຮອງນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານ ເລຕຽນເຈົ້າ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານຮ່ວມກອງປະຊຸມສຳຫຼວດກວດຄືນຮ່າງກົດໝາຍວ່າດ້ວຍຕົວເມືອງພິເສດ ແລະ ເຂດເສດຖະກິດພິເສດ. ຢູ່ກອງປະຊຸມ, ການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ປຶກສາຫາລື, ປະກອບຄຳເຫັນກ່ຽວກັບຊື່ເອີ້ນຂອງກົດໝາຍ, ຂອບເຂດການປັບປຸງ, ແບບວິທີການ, ຄວາມຄືບໜ້າ, ວິທີການສຳຜັດ, ການຈັດຕັ້ງກົງຈັກ ແລະ ບັນດາຂໍ້ກຳນົດທີ່ກ່ຽວຂ້ອງ.
ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫງວຽນວັນທັ້ງ ສະເໜີກະຊວງຍຸຕິທຳ, ກະຊວງການເງິນສົມທົບກັນຄົ້ນຄ້ວາຢ່າງລະອຽດ, ຍົກອອກຊື່ທີ່ເໝາະສົມ, ຖືກຕ້ອງກັບສີສັນທາດແທ້ຂອງກົດໝາຍທີ່ສຸດ. ກ່ຽວກັບຮູບແບບການຈັດຕັ້ງ, ສະເໜີກະຊວງພາຍໃນ, ກະຊວງຍຸຕິທຳ, ກະຊວງການເງິນ ປະສານສົມທົບກັບສຳຫຼວດກວດຄືນ, ສ້າງ, ວິເຄາະ, ຕີລາຄາຈຸດດີຈຸດອ່ອນຂອງແຕ່ລະແຜນການເພື່ອຍື່ນສະເໜີຕໍ່ນາຍົກລັດຖະມົນຕີ, ລັດຖະບານ ກໍ່ຄືບັນດາຂັ້ນທີ່ມີສິດອຳນາດພິຈາລະນາ, ເລືອກເອົາແບບທີວີດີທີ່ສຸດ. ເຫັນດີໂດຍພື້ນຖານຕໍ່ທັດສະນະໝູນໃຊ້ບັນດາກົນໄກນະໂຍບາຍສຳລັບເຂດພິເສດບົນພື້ນຖານນະໂຍບາຍສະຫງວນໃຫ້ແກ່ເຂດຕົວເມືອງພິເສດ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນວັນທັ້ງ ຖືວ່າ ບັນດາຈຸດແຕກຕ່າງກັນທີ່ຈຳເປັນນັ້ນ ອາດສາມາດເພີ່ມຂໍ້ກຳນົດເຂົ້າໃນກົດໝາຍສະບັບນີ້ ຕື່ມອີກ.






