• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງ​ແຜນ​ຜັງ​ນະ​ຄອນຫຼວງ ຕ້ອງ​ມີ​ແບບ​ແຜນ, ວິ​ທະ​ຍາ​ສາດ, ຮັບ​ປະ​ກັນ​ຄວາມ​ເປັນ​ເອ​ກະ​ພາບ, ຄົບ​ຊຸດ

ຕອນເຊົ້າວັນທີ 09 ມີນາ, ຢູ່ ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ເຂົ້າຮ່ວມການເຮັດວຽກຂອງ ຄະນະຕິດຕາມກວດກາຂອງສະພາແຫ່ງຊາດ ດ້ວຍຫົວເລື່ອງ “ການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບວຽກງານວາງແຜນຜັງ ນັບແຕ່ເມື່ອກົດໝາຍວ່າດ້ວຍການວາງແຜນຜັງມີຜົນສັກສິດ” ກັບນະຄອນ ຮ່າໂນ້ຍ.

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)

 ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ, ຫົວໜ້າຄະນະຕິດຕາມກວດກາ, ໄດ້ຕີລາຄາສູງວ່າ ນະຄອນ ຮ່າໂນ້ຍ ປະຕິບັດວຽກງານໄດ້ຈຳນວນຫຼາຍ, ພົ້ນເດັ່ນແມ່ນ ການສ້າງ ແລະ ກວດກາແຜນຜັງແຫ່ງຊາດ ແລະ ແຜນຜັນເຂດ ໄລຍະ 2021 – 2030; ປະຕິບັດການດັດປັບແຜນຜັງໄລຍະ 2011 – 2021 ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາ; ກວດກາ 18 ແຜນຜັງນຳໃຊ້ທີ່ດິນຂອງ 18 ເມືອງ ໄລຍະ 2021 – 2030 ຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍທີ່ດິນ…

        ທີ່ການເຮັດວຽກ, ມີຜູ້ແທນບາງທ່ານໄດ້ສະເໜີວ່າ ນະຄອນຮ່າໂນ້ຍ ຕ້ອງຮັບປະກັນຄຸນນະພາບຂອງການວາງແຜນຜັງ ແລະ ລັກສະນະສືບທອດໃນສະພາບການທີ່ມີຄວາມຈຳກັດກ່ຽວກັບເວລາ, ຕ້ອງຖືຄຸນນະພາບຂອງອົງການໃຫ້ຄຳປຶກສາໃນການວາງແຜນຜັງ ແລະ ຄຸນນະພາບຂອງອົງການກວດກາ ກໍຄືການພິຈາລະນາຂໍຄຳເຫັນຈາກຊຸມຊົນ, ວົງຄະນະຍາດໃນການວາງແຜນຜັງ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top