ບັນດາສະມາຊິກສະພາແຫ່ງຊາດມີຄວາມເຫັນດີເຫັນພ້ອມຕໍ່ເລື່ອງ ຮ່າງກົດໝາຍວ່າດ້ວຍການເຫຼື້ອມໃສ, ສາສະໜາກຳນົດການເຄື່ອນໄຫວເຫຼື້ອມໃສ, ສາສະໜາໃນສື່ສັງຄົມອອນໄລນັ້ນ, ໄດ້ສະແດງໃຫ້ເຫັນຄວາມໄປທັນກັບສະພາບພັດທະນາຂອງສັງຄົມດີຈີຕອນ. ການປັບປຸງກົດໝາຍຄັ້ງນີ້ ບໍ່ພຽງແຕ່ແມ່ນເພື່ອຮັດແໜ້ນ ຫຼື ຈຳກັດຂໍ້ກຳນົດສິດເສລີໃນການເຫຼື້ອມໃສເທົ່ານັ້ນ ຫາກຍັງສ້າງສະພາບແວດລ້ອມດີຈີຕອນທີ່ປອດໃສໃຫ້ແກ່ປະຊາຄົມສາສະໜາອີກດ້ວຍ. ພະມະຫາອາຈານ ທິກແທັງກວຽດ, ສະມາຊິກສະພາແຫ່ງຊາດແຂວງ ກວາງນິງ, ປະກອບຄຳເຫັນວ່າ:
“ຂ້າພະເຈົ້າສະເໜີໃຫ້ສືບຕໍ່ຫັນບັນດາເປົ້າໝາຍຮັບຮູ້ການກະທຳລະເມີດ ແລະ ຂັ້ນຕອນການປະສານສົມທົບລະຫວ່າງບັນດາເປົ້າໝາຍທີ່ກ່ຽວຂ້ອງໃຫ້ເປັນລະອຽດ, ໂດຍສະເພາະແມ່ນໃນການກວດພົບ, ສະກັດກັ້ນ ແລະ ແກ້ໄຂບັນດາເນື້ອໃນລະເມີດໃນພລາດຟອມດີຈີຕອນ ທີ່ມີປັດໄຈຂ້າມຊາຍແດນ. ຕ້ອງຊີ້ແຈ້ງບັນດາເນື້ອໃນລະຫວ່າງພົມແດນ ແລະ ມາດຕະຖານຮັບຮູ້ໃນພຶດຕິກຳຕົວຈິງ, ລະຫວ່າງສິດເສລີ, ການເຫຼື້ອມໃສກັບບັນດາການກະທຳທີ່ສວຍໃຊ້ສາສະໜາເສກສັນປັ້ນແຕ່ງ, ຍຸແຍ່ແກ່ດຶງ, ແບ່ງແຍກກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃຫ້ຈະແຈ້ງກວ່າອີກ”.








