ຂ່າວສານ
ສ້າງເງື່ອນໄຂເພື່ອໃຫ້ແນວໂຮມສອງປະເທດ ຫວຽດນາມ - ລາວ ແບ່ງປັນປະສົບການໃນການສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນ
ທ່ານ ສອນໄຊ ສີພັນດອນ ປາດຖະໜາວ່າ: ສອງຝ່າຍສືບຕໍ່ແບ່ງປັນບົດຮຽນໃນວຽກງານກໍ່ສ້າງພັກ, ຄຸ້ມຄອງລັດ ແລະ ພັດທະນາເສດຖະກິດ, ສັງຄົມ; ພ້ອມທັງເປີດກ້ວາງການຮ່ວມມືລະຫວ່າງບັນດາອົງການ, ອົງການຈັດຕັ້ງ ແລະ ທ້ອງຖິ່ນ, ປະກອບສ່ວນນຳການພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດ ໃຫ້ນັບມື້ນັບພັດທະນາຢ່າງມີປະສິດທິຜົນ, ຕອບສະໜອງຜົນປະໂຫຍດແທດຈິງຂອງປະຊາຊົນສອງປະເທດ.
ສ່ວນທ່ານນາງ ບຸ່ຍທິມິງຮ່ວາຍ, ກໍ່ ປາດຖະໜາວ່າ ການນຳຫຼັກແຫຼ່ງສອງປະເທດ, ໃນນັ້ນມີທ່ານປະທານສະພາແຫ່ງຊາດ ລາວ ສືບຕໍ່ເອົາໃຈໃສ່ຊີ້ນຳ, ສ້າງເງື່ອນໄຂເພື່ອໃຫ້ແນວໂຮມສອງປະເທດ ສືບຕໍ່ເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນໃນການເຕົ້າໂຮມ, ສາມັກຄີປະຊາຊົນທຸກຊັ້ນວັນນະເຂົ້າຮ່ວມການສ້າງສາ, ພັດທະນາປະເທດຊາດ; ຍູ້ແຮງການໂຄສະນາ, ສຶກສາປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນລຸ້ນໜຸ່ມ, ກ່ຽວກັບມູນເຊື້ອຄວາມສາມັກຄີ, ສະໜິດຕິດພັນລະຫວ່າງສອງຊາດ.






