• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງສະພາບແວດລ້ອມແຫ່ງການຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ ເພື່ອໃຫ້ຊາວໜຸ່ມ ຫວຽດນາມ ພັດທະນາຮອບດ້ານ

ຕອນເຊົ້າວັນທີ 23 ມີນາ, ທີ່ຮ່າໂນ້ຍ
 ໄດ້ດຳເນີນພິທີສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ (26/3/1931 – 26/3/2021) ແລະ ຮັບຫຼຽນໄຊໂຮ່ຈີມິນ. 

ເຂົ້າຮ່ວມພິທີດັ່ງກ່າວ ມີທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ; ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ…ພ້ອມດ້ວຍການນຳ, ອະດີດການນຳພັກ, ລັດ, ສະພາແຫ່ງຊາດ. ບັນດາເລຂາສູນກາງຄະນະຊາວໜຸ່ມໄລຍະຕ່າງໆ, ບັນດາພະນັກງານຊາວໜຸ່ມດີເດັ່ນ, ແບບຢ່າງຊາວໜຸ່ມເຍົາວະຊົນ, ອະນຸຊົນດີເດັ່ນໃນທົ່ວປະເທດ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ. ພາບ: ອິນເຕີແນັດ

 ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ເນັ້ນໜັກວ່າ ຊາວໜຸ່ມແມ່ນພາກສ່ວນສຳຄັນຂອງປະເທດຊາດ, ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ຕ້ອງສືບຕໍ່ປ່ຽນແປງໃໝ່ກ່ວາອີກ, ຍົກສູງຄຸນນະພາບ, ເນື້ອໃນ, ວິທີການເຄື່ອນໄຫວກ່ວາອີກ, ຍົກສູງປະສິດທິຜົນຂອງຂະບວນການເຄື່ອນໄຫວການປະຕິວັດ, ເປີດກ້ວາງແນວໂຮມສາມັກຄີ, ເຕົ້າໂຮມຊາວໜຸ່ມ. ທ່ານ ຫງວຽນຝູຈ້ອງ ກ່າວວ່າ:

        “ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ຄວນເພີ່ມທະວີການສຶກສາໃຫ້ລຸ້ນໜຸ່ມກ່ຽວກັບອຸດົມການປະຕິວັດ, ຄຸນສົມບັດ, ວິຖີຊີວິດວັດທະນະທຳ, ຍົກສູງຈິດໃຈຮັກຊາດ, ຄວາມເອກອ້າງທະນົງໃຈ, ພິເສດແມ່ນຫຼໍ່ລ້ຽງຄວາມມຸ່ງມາດປາດຖະໜາເພື່ອກໍ່ສ້າງປະເທດ ແລະ ມີສະຕິຄວາມຮັບຮູ້ຢ່າງຈະແຈ້ງກ່ຽວກັບພາລະກຳ, ຄວາມຮັບຜິດຊອບຂອງຕົນ ໃນການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ.

        ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ປາດຖະໜາຢາກໃຫ້ບັນດາເພື່ອນໜຸ່ມ, ພິເສດແມ່ນສະມາຊິກຊາວໜຸ່ມ, ສະມາຊິກພັກໜຸ່ມ ຍາມໃດກໍ່ແມ່ນກຳລັງປະຈັນບານກ້າວຂຶ້ນໃນການຮ່ຳຮຽນ, ອອກແຮງງານ, ຜະລິດ, ສູ້ຊົນ, ປະກອບສ່ວນເຫື່ອແຮງກໍ່ສ້າງບ້ານເກີດເມືອງນອນ ນັບມື້ນັບພັດທະນາ ແລະ ວັດທະນາຖາວອນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top