• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງນະຄອນຫຼວງ ຮ່າໂນ້ຍ ໃຫ້ກາຍເປັນສູນກາງວັດທະນະທຳຂອງທົ່ວປະເທດ

      5 ປີ ຈະມາເຖິງ, ຄວນສຸມໃສ່ປະຕິບັດບັນດາມາດຕະການຢ່າງຄົບຊຸດ ເພື່ອປະຕິບັດສຳເລັດເປົ້າໝາຍຂອງນະຄອນ ແມ່ນຕ້ອງນຳວັດທະນະທຳ, ກິລາ, ກາຍຍະກຳ, ຊາວຮ່າໂນ້ຍ ໃຫ້ກາຍເປັນແຫຼ່ງກຳລັງສຳຄັນແຖວໜ້າ ຕໍ່ການພັດທະນາໄວ ແລະ ຍືນຍົງຂອງນະຄອນ.
ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ເວືອງດິ່ງເຫວ້  (ພາບ: hanoimoi.com.vn)
      ທີ່ການເຮັດວຽກກັບພະແນກວັດທະນະທຳ ແລະ ກິລາ ຮ່າໂນ້ຍ ໃນຕອນເຊົ້າວັນທີ 3 ມີນາ, ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ເວືອງດິ່ງເຫວ້ ເນັ້ນໜັກວ່າ ຂະແໜງວັດທະນະທຳ, ກິລາ ຂອງ ຮ່າໂນ້ຍ ຍັງມີຄວາມສາມາດບົ່ມຊ້ອນ ເພື່ອພັດທະນາຢ່າງແຮງກວ່າອີກ, ແຕ່ການລົງທຶນພັດທະນາຂົງເຂດນີ້ ຍັງບໍ່ທັດທຽມເທື່ອ. ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ເວືອງດິ່ງເຫວ້ ຮຽກຮ້ອງວ່າ ໃນໄລຍະ 5 ປີ ຈະມາເຖິງ, ຄວນສຸມໃສ່ປະຕິບັດບັນດາມາດຕະການຢ່າງຄົບຊຸດ ເພື່ອປະຕິບັດສຳເລັດເປົ້າໝາຍຂອງນະຄອນ ແມ່ນຕ້ອງນຳວັດທະນະທຳ, ກິລາ, ກາຍຍະກຳ, ຊາວຮ່າໂນ້ຍ ໃຫ້ກາຍເປັນແຫຼ່ງກຳລັງສຳຄັນແຖວໜ້າ ຕໍ່ການພັດທະນາໄວ ແລະ ຍືນຍົງຂອງນະຄອນ. ຮ່າໂນ້ຍ ກາຍເປັນສູນກາງວັດທະນະທຳ, ຊາວ ຮ່າໂນ້ຍ ກາຍເປັນຊາວ ຫວຽດນາມ ທີ່ດີເດັ່ນໃນຍຸກສະໄໝໃໝ່. ທ່ານກ່າວວ່າ:
        “ຂ້າພະເຈົ້າສະເໜີວ່າ ພວກເຮົາ ຈົ່ງສຳຫຼວດກວດຄືນບັນດາສະຖານທີ່ປະຕິວັດໃນບໍລິເວນນະຄອນ, ຕ້ອງມີໂຄງການເພື່ອຫັນບັນດາຫົວໜ່ວຍໃນຂົງເຂດວັດທະນະທຳ, ກິລາ ເປັນດີຈີຕອນ. ພ້ອມທັງພິຈາລະນາຄືນກົນໄກນະໂຍບາຍກ່ຽວກັບລາຄາປີ້ບໍລິການເຂົ້າຢ້ຽມຊົມ ໂດຍໄວ.”
(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top