• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງທຸກເງື່ອນໄຂເປັນຢ່າງດີທີ່ສຸດເພື່ອເດັກນ້ອຍໄດ້ພັດທະນາຢ່າງຮອບດ້ານ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຕ້ອງສືບຕໍ່ຜັນຂະຫຍາຍບັນດາກົນໄກ, ນະໂຍບາຍໃນການປົກປ້ອງ ແລະ ເບິ່ງແຍງເດັກເວົ້າລວມ, ການສຶກສາເດັກເວົ້າສະເພາະໃຫ້ມີປະສິດທິຜົນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມອບຂອງຂວັນໃຫ້ບັນດາເຍົາຊະຊົນ, ອະນຸຊົນຢູ່ສູນລ້ຽງດູເບິ່ງແຍງດູແລເດັກພິການຢູ່ ຮ່າໂນ້ຍ (ພາບ: TTXVN)

ຕອນເຊົ້າວັນທີ 31 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາເຍົາຊະຊົນ, ອະນຸຊົນຢູ່ສູນລ້ຽງດູ, ເບິ່ງແຍງດູແລເດັກພິການຢູ່ ຮ່າໂນ້ຍ, ເນື່ອງໃນໂອກາດວັນເດັກສາກົນ 01 ມິຖຸນາ ແລະ ເດືອນແຫ່ງການກະທຳເພື່ອເດັກນ້ອຍ 2024 (ເດືອນ ມິຖຸນາ ປະຈຳປີ).

        ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ສະເໜີວ່າ:

        “ພວກເຮົາຕ້ອງມີຄວາມຕັດສິນໃຈເປັນຢ່າງສູງກວ່າ, ມານະພະຍາຍາມຢ່າງໃຫຍ່ຫຼວງກວ່າ, ມີການກະທຳຢ່າງແທດຈິງກວ່າ, ສະຫງວຽນແຫຼ່ງກຳລັງໃຫ້ຫຼາຍກວ່າເພື່ອປະຕິບັດວຽກງານເບິ່ງແຍງດູແລ, ສຶກສາ ແລະ ປົກປ້ອງເດັກໃນໄລຍະຈະມາເຖິງ. ແຕ່ລະຄອບຄົວຈົ່ງເປັນຊາຍຄາເຕັມໄປດ້ວຍຄວາມອົບອຸນ ເພື່ອໃຫ້ພວກຫຼານໄດ້ຮັບຄວາມເອົາໃຈໃສ່, ເບິ່ງແຍງດູແລ, ຮູ້ສຶກປອດໄພ ແລະ ມີຄວາມຜາສຸກ. ທັງປະຊາຄົມ, ສັງຄົມ ຈົ່ງມີການກະທຳຢ່າງແທດຈິງ ດ້ວຍຄວາມຮັບຜິດຊອບຢ່າງສູງສຸດ; ດ້ວຍນ້ຳໃຈໃກ້ຊິດສະໜິດສະໜົມທີ່ສຸດ ແລະ ມີດວງໃຈແຫ່ງຄວາມຮັກແພງ”.

        ພິເສດ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຕ້ອງສືບຕໍ່ຜັນຂະຫຍາຍບັນດາກົນໄກ, ນະໂຍບາຍໃນການປົກປ້ອງ ແລະ ເບິ່ງແຍງເດັກເວົ້າລວມ, ການສຶກສາເດັກເວົ້າສະເພາະໃຫ້ມີປະສິດທິຜົນ; ຍູ້ແຮງການຜັນຂະຫຍາຍແຜນນະໂຍບາຍ, ນະໂຍບາຍກ່ຽວກັບຄົນພິການ, ໃນນັ້ນມີນັກຮຽນເປັນຄົນພິການ.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top