ຕອນບ່າຍວັນທີ 11 ມິຖຸນາ, ກົມໃຫຍ່ເສນາທິການ ກອງທັບປະຊາຊົນ ຫວຽດນາມ ໄດ້ຈັດພິທີປະກາດຂໍ້ຕົກລົງສ້າງຕັ້ງກົມພາຫະນະບໍ່ມີຄົນຂັບ. ເຫດການໄດ້ສ້າງຂີດໝາຍບາດກ້າວພັດທະນາໃໝ່ໃນວິວັດການຫັນກອງທັບປະຊາຊົນ ຫວຽດນາມ ເປັນທັນສະໄໝ.
ກ່າວຄຳເຫັນທີ່ພິທີ, ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ເນັ້ນໜັກການເປີດຕົວກົມພາຫະນະບໍ່ມີຄົນຂັບ ບໍ່ພຽງແຕ່ສອດຄ່ອງກັບທ່າອ່ຽງພັດທະນາຂອງວິທະຍາສາດການທະຫານໃນໂລກເທົ່ານັ້ນ, ຫາກຍັງປະກອບສ່ວນສ້າງກຳລັງແຮງຕໍ່ສູ້ລວມຂອງກອງທັບປະຊາຊົນາ ຫວຽດນາມ, ຍົກສູງກຳລັງຮັບມືຢ່າງວ່ອງໄວ, ມີໄຫວພິບອີກດ້ວຍ. ທ່ານພົນເອກ ຟານວັນຢາງ ຮຽກຮ້ອງໃຫ້ພະນັກງານ, ນັກຮົບກົມພາຫະນະບໍ່ມີຄົນຂັບ ຮັບຮູ້ລະດັບຄວາມສຳຄັນຂອງກົມກອງສູ້ຮົບທັນສະໄໝ, ເຕັກໂນໂລຊີສູງ.
ໂດຍຕາງໜ້າໃຫ້ພະນັກງານ, ນັກຮົບຂອງກົມ, ທ່ານພັນເອກ ຫງວຽນວັນເຈື່ອງ, ຫົວໜ້າກົມພາຫະນະບໍ່ມີຄົນຂັບ, ຢືນຢັນວ່າ: ພະນັກງານ, ນັກຮົບຂອງກົມກອງຈະສຸມໃສ່ຝຶກອົບຮົມການຂຸດຄົ້ນ, ເປັນເຈົ້າບັນດາພາຫະນະທັນສະໄໝ; ສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການ, ກົມກອງ ແລະ ທ້ອງຖິ່ນ ເພື່ອສ້າງແຜນການຮ່ວມສູ້ຮົບຢ່າງມີໄຫວພິບ, ມີປະສິດທິຜົນ, ກຽມພ້ອມທີ່ຈະຮັບມືກັບທຸກສະພາບການຕໍ່ສູ້ເຕັກໂນໂລຊີສູງ.






