• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ.ເກົາຫຼີ ຕັດສິນໃຈພ້ອມກັບ ສປປ.ເກົາຫຼີ ຈັດຕັ້ງງານມະຫາກຳກິລາ Olympic ລະດູຮ້ອນ 2032

      ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ໄດ້ຢັ້ງຢືນຄືນໃໝ່ຄວາມຕັດສິນໃຈຂອງປະເທດນີ້ ຈະຮ່ວມມືກັບ ສປປ.ເກົາຫຼີ ຈັດຕັ້ງງານມະຫາກຳກິລາ Olympic ລະດູຮ້ອນ 2032.

ສ.ເກົາຫຼີ ຕັດສິນໃຈພ້ອມກັບ ສປປ.ເກົາຫຼີ ຈັດຕັ້ງງານມະຫາກຳກິລາ Olympic ລະດູຮ້ອນ 2032 (ພາບ: YONHAP/TTXVN)
      ໃນບົດກ່າວປາໄສໄຂງານມະຫາກຳກິລາທົ່ວປະເທດຄັ້ງທີ 100 ຂອງ ສ.ເກົາຫຼີ ໃນວັນທີ 04 ຕຸລາ ຢູ່ນະຄອນຫລວງ ເຊີອູນ, ທ່ານປະທານາທິບໍດີ Moon Jae-in ເນັ້ນໜັກວ່າ ກິລາແມ່ນຂົງເຂດເຮັດໃຫ້ 2 ພາກຂອງແຫຼມ ເກົາຫຼີ ສະໜິດຕິດພັນກັນການພົວພັນໃນຂະນະທີ່ຍັງເຄັ່ງຕຶງຢູ່ ແລະ ໄດ້ສ້າງເປັນຊ່ອງເຈລະຈາ ແລະ ເປີດປະຕູການພົບປະ. ທ່ານ Moon Jae-in ກໍ່ຫວນຄືນງານມະຫາກຳກິລາ Olympic ລະດູໜາວ PyeongChang ປີ 2018 ວ່າເມື່ອ 2 ພາກເກົາຫຼີ ພ້ອມກັນເຂົ້າຮ່ວມ ແລະ ຫລັງຈາກນັ້ນ ການພົວພັນ 2 ຝ່າຍໄດ້ມີສັນຍານດີຂຶ້ນຫລາຍຢ່າງ. ທ່ານປະທານາທິບໍດີ Moon Jae-in  ຫວັງວ່າ ເລື່ອງເປັນຄັ້ງທຳອິດໃນປະຫວັດສາດທີ່ 2 ປະເທດຈະຮ່ວມກັນຈັດຕັ້ງງານມະຫາກຳກິລາ Olympic ລະດູຮ້ອນໃນປີ 2032 ນັ້ນຈະເປີດສັງກາດໃໝ່ ກ້າວໄປເຖິງຄວາມຈະເລີນຮຸ່ງເຮືອງ.
 (ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top