• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສຽງແຄນຂອງພໍ່ແມ່ພີ່ນ້ອງເຜົ່າມົ້ງຢູ່ເມືອງບັກຮ່າທີ່ແຂວງລ່າວກາຍ

      ຢູ່ເມືອງບັກຮ່າທີ່ແຂວງລ່າວກາຍເຊິ່ງແມ່ນດິນແດນເຂດພູສູງແຫ່ງທີ່ຊາວເຜົ່າມົ້ງ ດຳລົງຊີວິດນັບແຕ່ໃດໆມາມີເຍື່ອງອາຫານທາງດ້ານຈິດໃຈທີ່ຂາດບໍ່ໄດ້ ນັ້ນແມ່ນສຽງແຄນ, ຟ້ອນແຄນດ້ວຍຄວາມເປັນເອກະລັກສະເພາະແລະດູດດື່ມ
ຖ້າຫາກເປັນຜູ້ຊາຍເຜົ່າມົ້ງກໍ່ຕ້ອງຮູ້ຈັກເປົ່າແຄນ
      ຢູ່ ບັກຮ່າໃນແຂວງລ່າວກາຍ ບໍ່ພຽງແຕ່ມີຊື່ສຽງດ້ວຍປູຊະນີຍະສະຖານປະຫວັດສາດເຂດເຮືອນວິນລາ ຮວ່າງອາເຕື໋ອງ, ຕະຫຼາດນັດວັນອາທິດທີ່ມີກິ່ນຫອມຫວນຂອງເຫຼົ້າສາລີພ້ອມກັບເຍື່ອງອາຫານຖັງໂກ໊ ທີ່ແຊບນົວເທົ່ານັ້ນດິນແດນເຂດພູສູງແຫ່ງທີ່ພໍ່ແມ່ພີ່ນ້ອງຊາວເຜົ່າມົ້ງດຳລົງຊີວິດນັບແຕ່ໃດໆມານີ້ ຍັງມີເຍື່ອງອາຫານທາງດ້ານຈິດໃຈທີ່ຂ້າບໍ່ໄດ້ ນັ້ນແມ່ນສຽງແຄນຟ້ອນແຄນທີ່ເປັນເອກະລັກສະເພາະແລະດູດດື່ມ.                    
         ຖ້າມີໂອກາດໄປເຂດພູສູງບັກຮ່າແຂກທ່ອງທ່ຽວທັງຫຼາຍຈະໄດ້ຮັບຟັງສຽງແຄນຂອງເຜົ່າມົ້ງ ຮັບຊົມເພດຊາຍພວກຜູ້ບ່າວເຜົ່າມົ້ງຈັບແຄນໂດຍກົ່ງຫຼັງ, ປິ່ນໂຕແບບກົ້ນຫອຍ... ທັງເຂັ້ມແຂງທັງອ່ອນໂຍນແລະເປັນໜ້າຈັບໃຈ. ແຄນຂອງເຜົ່າມົ້ງແມ່ນເປັນໜ້າຈັບໃຈຢູ່ບ່ອນວ່າທັງແມ່ນເຄື່ອງດົນຕີທັງແມ່ນອຸປະກອນສະແດງ ອັນໄດ້ເຮັດໃຫ້ຜູ້ຟັງຜູ້ຊົມຖືກຫຼົງໄຫຼຍ້ອນສຽງແຄນບາດຂຶ້ນບາດລົງເປັນໜ້າຈັບໃຈ. ຈາກຄວາມສຳນຶກ “ຖ້າຫາກເປັນຜູ້ຊາຍເຜົ່າມົ້ງກໍ່ຕ້ອງຮູ້ຈັກເປົ່າແຄນແລະຟ້ອນແຄນໄດ້”.  ດັ່ງນັ້ນນັບແຕ່ໃດໆມາແຄນຂອງເຜົ່າມົ້ງຢູ່ບັກຮ່າຍັງຄົງຖຶກສືບທອດກັນມາແລະເສີມຂະຫຍາຍຊ້ຳບໍ່ໜຳມີອາຍຸປະມານພຽງ 10 ປີຢູບັກຮ່າກໍ່ຮູ້ຈັກເປົ່າແຄນມ່ວນທີ່ສຸດ. ລຸງ ຫຼີແຊວຝອງຢູ່ຕາແສງບ໋ານໂຟ໊ ເມືອງບັກຮ່າແຂວງລ່າວກາຍແບ່ງປັນວ່າ:
     “ຄວາມໝາຍຂອງສຽງແຄນເຜົ່າ ມົ້ງໝາຍຄວາມວ່າສະຫງວນໃຫ້ແກ່ເພດຊາຍທີ່ມີຄວາມເຂົ້າໃຈແລະມີຄວາມເກັ່ງກ້າສາມາດ.ສຳລັບມວຍແຄນນັບແຕ່ປາງກ່ອນເຂົາເຈົ້າເຄີຍຖືແຄນໄປຕາມໂຕໃນຍາມຄ່ຳຄືນ, ຖ້າຫາກເກີດກໍລະນີໃດເຂົາເຈົ້າສາມາດໃຊ້ແຄນເພື່ອຕໍ່ສູ້”. 
     ເດືອນສິງຫາປີ 2020 ສະໂມສອນແຄນເຜົ່າມົ້ງບັກຮ່າໄດ້ສະເໜີໂຕຢ່າງເປັນທາງການເຊິ່ງມີການເຂົ້າຮ່ວມຂອງສະມາຊິກ 20 ຄົນລ້ວນແຕ່ແມ່ນຜູ້ສາມາດເປົ່າແຄນໄດ້ດີຈາກບັນດາໝູ່ບ້ານຢູ່ເຂດພູສູງບັກຮ່າ. ຈາກນັ້ນແຄນເຜົ່າມົ້ງບັກຮ່າກໍ່ສາມາດເຄື່ອນໄຫວໂດງດັງຢູ່ຫຼາຍແຫ່ງສະມາຊິກທີ່ເຂົ້າຮ່ວມໃນສະໂມສອນກໍ່ນັບມື້ນັບເພີ່ມຂຶ້ນ ດ້ວຍຈຳນວນຫຼາຍກວ່າ 100 ຄົນໃນຊ່ວງເວລານີ້ ເຊິ່ງໄດ້ສະແດງບັນດາວາດຟ້ອນແຄນທີ່ດູດດື່ມ. ນ້ອງ ຫຼີແຊວຕວ່ຽນ ສັງກັດສະໂມສອນໃຫ້ຮູ້ວ່າ:
      “ຫຼານແມ່ນຊາວເຜົ່າມົ້ງ ຫຼານກໍ່ຢາກຮຽນເປົ່າແຄນທີ່ສຸດເພື່ອເປັນການຮັກສາວັດທະນະທຳຂອງເຜົ່າຕົນ”.
    ອ້າຍ ຢ໋າງອາຫ໋າຍ ຫົວໜ້າສະໂມສອນແຄນມົ້ງບັກຮ່າແບ່ງປັນວ່າເຮົາເອງກໍ່ແມ່ນຊາວເຜົ່າມົ້ງດັ່ງນັ້ນກໍ່ມີຄວາມນິຍົມເຄື່ອງດົນຕີພື້ນເມືອງນີ້,ແຄນໄດ້ຮັບຖືວ່າແມ່ນວິນຍານຂອງເຜົາມົ້ງ. ຍິ່ງຄົ້ນຄວ້າຍິ່ງຊອກຮູ້ກ່ຽວກັບແຄນ ອ້າຍຢ໋າງອາຫ໋າຍກໍ່ຍິ່ງໄດ້ເຫັນເຖິງຄວາມໝາຍໃນສີສັນຂອງເຜົ່າຕົນ. ຈາກນັ້ນກໍ່ເຫັນໄດ້ເຖິງຄວາມຮັບຜິດຊອບແມ່ນຕ້ອງໄດ້ອະນຸລັກຮັກສາແລະແຜ່ກະຈາຍວັດທະນະທຳເປົ່າແຄນເພື່ອໃຫ້ຫຼາຍຄົນຮູ້ຈັກ. ອ້າຍຢ໋າງອາຫ໋າຍເວົ້າວ່າ:
     “ສະໂມສອນພວກຂ້າພະເຈົ້າຕ້ອງກຳນົດວ່າຕ້ອງນຳສຽງແຄນຂຶ້ນສະແດງບົນເວທີແລະໄປສະແດງຢູ່ບັນດາສະຖານທີ່ທ່ອງທ່ຽວເພື່ອຮັບໃຊ້ມວນຊົນພິເສດແມ່ນແຂກທ່ອງທ່ຽວຊາວຕ່າງປະເທດ. ຜ່ານນັ້ນສາມາດເພີ່ມລາຍຮັບໃຫ້ແກ່ບັນດາສະມາຊິກໃນສະໂມສອນເອງ”.
            ສຽງແຄນໄດ້ຕິດພັນໃນຕະຫຼອດຊີວິດຂອງພໍ່ແມ່ພີ່ນ້ອງເຜົ່າມົ້ງ ທັງຊ່ວຍເຊື່ອມຕໍ່ກັບເທວະດາຟ້າແຖນ ບັນພະບູລຸດ ທັງແມ່ນສຽງດົນຕີທີ່ມ່ວນຊື່ນເພື່ອບັນເທົາຄວາມອິດເມື່ອຍ ຄວາມເປັນຫວ່ງເປັນໃຍ ເຊື່ອມຕໍ່ວົງຄະນາຍາດແລະ ສ້າງຄວາມຮັກໃຫ້ຄູ່ບ່າວສາວ. ໃນທ່າມກາງເຂດພູຜາປ່າໄມ່ ເຕິຍບັກ ສຽງແຄນໄດ້ດັງກ້ອງກັງວານຂຶ້ນປະສານກັບວາດຟ້ອນທີ່ເປັນໜ້າຈັບໃຈນີ້ແມ່ນຫຼັກຖານທີ່ຈະແຈ້ງທີ່ສຸດໃຫ້ແກ່ວັດທະນະທຳຫຼາກຫຼາຍສີສັນທັງແມ່ນຄວາມເອກອ້າງທະນົງໃຈທີ່ມີມາແຕ່ດົນນານຂອງພໍ່ແມ່ພີ່ນ້ອງເຜົ່າມົ້ງບັກຮ່າ. 
(ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top