• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສຽງເພງ ຫວຽດນາມ ຢູ່ດິນແດນຈຳປາເມືອງລາວ

      ໂດຍແມ່ນໜຶ່ງໃນ 3 ສະໂມສອນໃຫຍ່ ແລະ ໄດ້ຮັບການສ້າງຕັ້ງມາແຕ່ດົນນານທີ່ສຸດຂອງພໍ່ແມ່ພີ່ນ້ອງປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ, ສະໂມສອນສິລະປະໄທບ້ານດຽວກັນຂອງຊາວ ຫວຽດນາມ ອາໄສຢູ່ແຂວງຊຽງຂວາງ ໄດ້ກາຍເປັນຈຸດນັດພົບໃນການດຳເນີນຊີວິດ ໃຫ້ແກ່ພໍ່ແມ່ປະຊາຊົນໃນປະຊາຄົມ.
      ໃນຕະຫຼອດ 10 ກວ່າປີຜ່ານມາ, ສະໂມສອນແມ່ນບ່ອນສະແດງສິລະປະຮ້ອງເພງຂອງພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສດິນແດນແຫ່ງດອກຈຳປານີ້.

ບັນດາສະມາຊິກໃນສະໂມສອນໄດ້ເຕົ້າໂຮມກັນຝຶກແອບສິລະປະໃນຕອນຄ່ຳແຕ່ລະວັນສຸກ
(ພາບ: My Binh)
      ເຖິງວ່າຄ້າງຄາກັບວຽກງານປານໃດກໍ່ຕາມ, ເມື່ອຮອດຕອນຄ່ຳວັນສຸກ ແຕ່ລະອາທິດ, ປ້າ ຈິ້ງທິທາວ, ສະມາຊິກຂອງສະໂມສອນສິລະປະໄທບ້ານດຽວກັນຂອງຊາວຫວຽດນາມ ອາໄສຢູ່ແຂວງຊຽງຂວາງ ກໍ່ສະຫຼະເວລາມາຮ່ວມດຳເນີນຊີວິດ, ຝຶກແອບສິລະປະຢູ່ສະໂມສອນ. ສຳລັບປ້າແລ້ວ, ໄດ້ເຂົ້າຮ່ວມການດຳເນີນຊີວິດພ້ອມກັບພໍ່ແມ່ປະຊາຊົນໄທບ້ານດຽວກັນ ບໍ່ພຽງແຕ່ແມ່ນການຮ່ວມເບີກບານມ່ວນຊື່ນ, ຮ້ອງເພງກ່ຽວກັບບ້ານເກີດເມືອງນອນ, ປະເທດຊາດຫວຽດນາມ ເທົ່ານັ້ນ, ຫາກນັ້ນຍັງແມ່ນເວລາອັນລ້ຳຄ່າ ແລະ ມີຜົນປະໂຫຍດທີ່ສຸດ ເພື່ອພົບປະແລກປ່ຽນຖອດຖອນບົດຮຽນໃນການທຳມາຫາກິນດຳເນີນທຸລະກິດ; ເຂົ້າຮ່ວມບັນດາການສະແດງເນື່ອງໃນໂອກາດສະເຫຼີມສະຫຼອງບັນດາວັນບຸນໃຫຍ່ຂອງ 2 ຊາດຫວຽດນາມ - ລາວ. ປ້າຈິ້ງທິຖາວ ກ່າວວ່າ:
        “ເຂົ້າຮ່ວມສະໂມສອນ ພໍ່ແມ່ປະຊາຊົນມີຄວາມເຂົ້າໃຈວ່າມີຜົນປະໂຫຍດໃຫ້ແກ່ຕົວເອງ ແລະ ປະຊາຄົມ, ມີສະພາບການຫຍັງຂອງສັງຄົມທີ່ກ່ຽວຂ້ອງເຖິງຝ່າຍລາວ ຫຼື ຢູ່ພາຍໃນປະເທດ, ໃນປະຊາຄົມລ້ວນແຕ່ໄດ້ເຜີຍແຜ່ເພື່ອໃຫ້ພໍ່ແມ່ປະຊາຊົນກຳໄດ້ສະພາບການ ແລະ ຫຼັງຈາກນັ້ນກໍ່ພາກັນຝຶກແອບຂັບຮ້ອງບັນດາບົດເພງຂອງລາວ ແລະ ຫວຽດນາມ”.

ລາຍການສະແດງສິລະປະຂອງສະໂມສອນ ໃນໂອກາດບຸນປີໃໝ່ປະຈຳຊາດປີຈໍ 2018
(ພາບ: My Binh)
      ສ່ວນລຸງ ຟ້າມຫງອັກແອງ, ກໍ່ແມ່ນສະມາຊິກຂອງສະໂມສອນດັ່ງກ່າວ, ລຸງໃຫ້ຮູ້ວ່າ: ເມື່ອໄດ້ດຳເນີນຊີວິດດ້ານສິລະປະຢູ່ສະໂມສອນ ລຸງຮູ້ສຶກວ່າຄືຍັງໜຸ່ມຢູ່. ລຸງ ແລະ ບັນດາສະມາຊິກໃນສະໂມສອນລ້ວນແຕ່ປາດຖະໜາວ່າ, ຜ່ານສຽງຮ້ອງຈາກບັນດາບົດເພງປະຕິວັດ, ບັນດາບົດເພງຍ້ອງຍໍບ້ານເກີດເມືອງນອນ, ປະເທດຊາດ, ພໍ່ແມ່ປະຊາຊົນຊາວຫວຽດນາມ ໃນສະໂມສອນສິລະປະ ຍາມໃດກໍ່ຄິດຮອດຄິດເຖິງເລືອກເນື້ອໃນເຊື້ອໄຂຂອງຕົນ ແລະ ອວ່າຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ.
        “ໂດຍເປັນຜູ້ຮັບຜິດຊອບບັນຫາສິລະປະຂອງສະໂມສອນ, ສະນັ້ນ ແຕ່ລະເທື່ອ ທີ່ກັບເມືອຫວຽດນາມ ຂ້າພະເຈົ້າກໍ່ສະສົມບັນດາບົດເພງຫວຽດນາມ. ຕາມປົກກະຕິແລ້ວ, ພວກຂ້າພະເຈົ້າໄດ້ເລືອກເອົາບັນດາບົດເພງຍ້ອງຍໍສັນລະເສີນລຸ່ງໂຮ່, ຍ້ອງຍໍຊົມເຊີຍພັກ ແລະ ຍ້ອງຍໍສັນລະເສີນບ້ານເກີດເມືອງນອນປະເທດຫວຽດນາມ.”
        ບໍ່ພຽງແຕ່ພ້ອມກັນແອບຮ້ອງບັນດາບົດເພງປະຕິວັດມ່ວນ ຫຼື ບັນດາບົດເພງຍ້ອງຍໍສັນລະເສີນບ້ານເກີດເມືອງນອນເທົ່ານັ້ນ, ຫາກບັນດາສະມາຊິກໃນສະໂມສອນ ຍັງຊອກຫາ ແລະ ແອບຂັບຮ້ອງບັນດາບົດເພງໃໝ່ທີ່ມີເນື້ອໃນກ່ຽວກັບນ້ຳໃຈມິດຕະພາບລະຫວ່າງ 2 ປະເທດ, 2 ຊາດ ກໍຄືສ້າງແຫຼ່ງບັນດານໃຈໃຫ້ລຸ້ນໜຸ່ມ ແລະ ລຸ່ນຕໍ່ໆໄປ ເພື່ອສືບຕໍ່ນຳສຽງເພງຫວຽດນາມ ດັງກອງກັງວານໄປໄກກວ່າອີກຢູ່ປະເທດລາວ. ລຸງ ຟ້າມຫງອັກແອງ, ໃຫ້ຮູ້ຕື່ມອີກວ່າ.
        “ບໍ່ພຽງແຕ່ສະສົມບັນດາບົດເພງຂອງຫວຽດນາມ ເທົ່ານັ້ນ, ຫາກພວກຂ້າພະເຈົ້າຍັງສະສົມບັນດາບົດເພງປະຕິວັດຂອງລາວອີກດ້ວຍ. ຕາມທຳມະດາແລ້ວ, ພວກຂ້າພະເຈົ້າຈະຂໍຄວາມຊ່ວຍເຫຼືອບັນດານັກສິລະປິນໃນກອງສິລະປະກອງທັບລາວ ມາສອນຮ້ອງບັນດາບົດເພງລາວ ໃຫ້. ພວກຂ້າພະເຈົ້າໄດ້ລະດົມລູກຫຼານຂອງບັນດາສະມາຊິກໃນສະໂມຊອນເຂົ້າຮ່ວມການດຳເນີນຊີວິດດ້ານສິລະປະຢູ່ທີ່ນີ້. ແລະ ໃນໄລຍະຜ່ານມາ, ກໍ່ມີຫຼານບາງຄົນມາແອບຟ້ອນ, ແອບຮ້ອງເພງ ແລະ ໄດ້ໄປສະແດງເພື່ອໃຫ້ເປັນລຸ້ນສືບທອດພວກຂ້າພະເຈົ້າ”.
(ພາບ: My Binh)
      ທ່ານ ເຈີ່ນແຮງ, ປະທານສະໂມສອນສິລະປະໄທບ້ານດຽວກັນຂອງຊາວຫວຽດນາມ ອາໄສຢູ່ແຂວງຊຽງຂວາງ ໃຫ້ຮູ້ວ່າ: ສະໂມສອນໄດ້ຮັບການສ້າງຕັ້ງນັບແຕ່ປີ 2005, ສະມາຊິກໃນສະໂມສອນສ່ວນຫຼາຍແມ່ນເກີດ ແລະ ເຕີບໃຫຍ່ຢູ່ແຂວງຊຽງຂວາງ, ເຊິ່ງແມ່ນໜຶ່ງໃນເຂດດິນແດນປະຕິວັດຂອງລາວ. ປະຈຸບັນ, ສະໂມສອນມີສະມາຊິກເຂົ້າຮ່ວມປະມານ 60 ຄົນ. ທ່ານ ເຈີ່ນແຮ້ງ, ໃຫ້ຮູ້ວ່າ.
        “ພວກຂ້າພະເຈົ້າຖືສັນຊາດລາວ ແຕ່ຍັງເປັນຄົນຫວຽດ ສະນັ້ນ, ຍາມໃດກໍ່ດຸໝັ່ນຂະຫຍັນພຽນ, ອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຈຸດເວລາທີ່ປະສົບກັບຄວາມຫຍຸ້ງຍາກ, ວັນສຸກແຕ່ລະອາທິດ ພວກຂ້າພະເຈົ້າໄດ້ພົບປະ, ແລກປ່ຽນຖອດຖອນບົດຮຽນໃນການທຳມາຫາກິນ ຜ່ານນັ້ນຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການດຳລົງຊິວິດ.”
        ສະໂມສອນບັນລຸໄດ້ຜົນສຳເລັດຄືໃນວັນນີ້, ກໍ່ຍ້ອນນ້ຳໃຈສາມັກຄີສະໜິດຕິດພັນຂອງພໍ່ແມ່ພີນ້ອງຊາວຫວຽດນາມ ທີ່ໄດ້ກຳເນີດ ແລະ ເຕີບໃຫຍ່ຢູ່ເຂດດິນແດນແຫ່ງການປະຕິວັດຊຽງຂວາງ ທີ່ສະຫງວນໃຫ້ແກ່ກັນ ນັບແຕ່ຄາວລຳບາກກາກກຳໃນສົງຄາມ ຮອດປະຈຸບັນ. ສຽງເພງແມ່ນຂົວເຊື່ອມຕໍ່ນ້ຳໃຈມິດຕະພາບ, ຄວາມສາມັກຄີລະຫວ່າງ 2 ຊາດຫວຽດນາມ - ລາວ.
 
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top