• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສົງ​ຄາມ​ຢູ່ ກາ​ຊາ: ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ ແລະ ຮັບ​ບາດ​ເຈັບ​ສືບ​ຕໍ່​ເພີ່ມ​ຂຶ້ນ

ໃນຈຳນວນຜູ້ໄດ້ຮັບບາດເຈັບ ມີຫຼາຍກໍລະນີເປັນອັນຕະລາຍທີ່ສຸດ ແລະ ຈຳນວນຜູ້ຮັບບາດເຈັບ ແລະ ເສຍຊີວິດອາດຈະສືບຕໍ່ເພີ່ມຂຶ້ນ ຍ້ອນຍັງມີຜູ້ຫາຍສາບສູນເປັນຈຳນວນຫຼາຍ, ໃນຂະນະທີ່ ການປະທະກັນກັບບັນດາມືປືນແຊກຊືມຈາກເຂດ ກາຊາ ຍັງສືບຕໍ່ດຳເນີນ.
ພາບປະກອບ: Reuters

ຕອນຄ່ຳວັນທີ 8 ຕຸລາ, ອົງການສາທາລະນະສຸກ ອິດສະລາແອັນ ໄດ້ຢັ້ງຢືນມີພົນລະເມືອງປະເທດນີ້ ຫຼາຍກ່ວາ 700 ຄົນ ຖືກເສຍຊີວິດ ແລະ ມີຜູ້ຮັບບາດເຈັບ 2.200 ຄົນ ໃນເຫດບຸກໂຈມຕີດ້ວຍຂອບຂະໜາດໃຫຍ່ ໂດຍບັນດາມືປືນຂອງຂະບວນການອິດສະລາມ Hamas ເລັ່ງໃສ່ເຂດພາກໃຕ້ປະເທດອິດສະລາແອັນ ໃນຕອນເຊົ້າວັນທີ 7 ຕຸລາ.

ໃນຈຳນວນຜູ້ໄດ້ຮັບບາດເຈັບ ມີຫຼາຍກໍລະນີເປັນອັນຕະລາຍທີ່ສຸດ ແລະ ຈຳນວນຜູ້ຮັບບາດເຈັບ ແລະ ເສຍຊີວິດອາດຈະສືບຕໍ່ເພີ່ມຂຶ້ນ ຍ້ອນຍັງມີຜູ້ຫາຍສາບສູນເປັນຈຳນວນຫຼາຍ, ໃນຂະນະທີ່ ການປະທະກັນກັບບັນດາມືປືນແຊກຊືມຈາກເຂດ ກາຊາ ຍັງສືບຕໍ່ດຳເນີນ. ໃນຖະແຫຼງການທີ່ໄດ້ປະກາດໃນຕອນຄ່ຳວັນທີ 9 ຕຸລາ, ຜູ້ຕາງໜ້າກອງທັບ ອິດສະລາແອັນ ໄດ້ຢັ້ງຢືນ ສົງຄາມກັບ Hamas ຈະແກ່ຍາວ ແລະ ໃນຊຸມວັນຈະມາເຖິງແມ່ນປະສົບກັບຄວາມຫຍຸ້ງຍາກທີ່ສຸດ. ໃນຂະນະນັ້ນ ຢູ່ເຂດ ກາຊາ, ອົງການສາທາທາລະນະສຸກ ປາແລັດສະຕິນ ໃຫ້ຮູ້ວ່າມີຜູ້ເສຍຊີວິດ ແລະ ຮັບບາດເຈັບ ນັບສິບຄົນຕື່ມອີກ ໃນເຫດບຸກໂຈມຕີທາງອາກາດຄັ້ງຫຼ້າສຸດທີ່ໄດ້ດຳເນີນນັບແຕ່ຕອນບ່າຍຮອດຕອນຄ່ຳວັນທີ 8 ຕຸລາ ຂອງກອງທັບອິດສະລາແອັນ ທີ່ແນໃສ່ເຂດດິນແດນນີ້.

ກ່ຽວຂ້ອງເຖິງປະຕິກິລິຍາຂອງສາກົນ, ວັນທີ 8 ຕຸລາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ປະກາດຈະໜູນຊ່ວຍ ແກ່ອິດສະລາແອັນ ຢ່າງຮີບດ່ວນ ເພື່ອຮັບມືກັບການບຸກໂຈມຕີທີ່ບໍ່ເຄີຍມີມາກ່ອນຂອງ Hamas, ແຕ່ບໍ່ເຜີຍໃຫ້ຮູ້ຂໍ້ມູນລະອຽດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top