• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສູ້ຊົນບັນລຸເປົ້າໝາຍທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໃຫ້ໄດ້ 7.000 ອັດຖິ

ມາຮອດປະຈຸບັນ, ສາມາດທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ 1.255 ອັດຖິ ແລະ 03 ເຂດຂຸມຝັງສົບລວມ.
(ທ່ານນາງ ຟ້າມທິແທັງຈ່າ, ຮອງນາຍົກລັດຖະມົນຕີ ຫວຽດນາມ, ຫົວໜ້າຄະນະຊິ້ນຳຄະນະ 515, ເປັນປະທານກອງປະຊຸມ)

ຕອນ​ເຊົ້າ​ວັນ​ທີ 25 ມິ​ຖຸ​ນາ, ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຊອກ​ຫາ, ທ້ອນ​ໂຮມ ແລະ ຢັ້ງ​ຢ​ືນ​ຊື່​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວີ​ດ​ເພື່ອ​ຊາດ (ຄະ​ນະ​ຊີ້​ນຳ 515) ໄດ້​ຈັດ​ກອງ​ປະ​ຊຸມ​ສະ​ຫຼຸບ​ການ​ປະ​ຕິ​ບັດ​ໜ​້າ​ທີ່​ໃນ 6 ເດືອນ​ຕົ້ນ​ປີ; ທິດ​ທາງ​ໜ້າ​ທີ່​ໃນ 6 ເດືອນ​ທ້າຍ​ປີ 2026. ທ່ານ​ນາງ ຟ້າມ​ທິ​ແທັງ​ຈ່າ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວ​ຽດ​ນາມ, ຫົວ​ໜ້າ​ຄະ​ນະ​ຊິ້​ນຳ​ຄະ​ນະ 515, ເຂົ້າ​ຮ່ວມ​ ແລະ ເປັນ​ປະ​ທ​ານກອງ​ປະ​ຊຸມ.

ທີ່ກອງ​ປະ​ຊຸມ, ກ່ຽວ​ກັບ​ໜ້າ​ທີ່ 6 ເດືອນ​ທ້າຍ​ປີ 2026 ແລະ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ​ຮອງ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ​ນາງ ຟ້າມ​ທິ​ແທັງ​ຈ່າ ເນັ້ນ​ໜັກ​ເຖິງ​ບຸ​ລິ​ມະ​ສິດ​ຈຸດ​ສຸມ​ແມ່ນ​ໄຈ້​ແຍກ, ຕີ​ລາ​ຄາ​ຢ່າງ​ແໜ້ນ​ແຟ້ນ, ມີ​ວິ​ທະ​ຍາ​ສາດ, ​ຕົວ​ຈິງ​ຂອງ​ສຳ​ເນົາ​ເອ​ກະ​ສານບັ້ນ​ການ​ຕໍ່​ສູ້, ບັ້ນ​ຮົບ​ໃຫຍ່ 250 ຄັ້ງ ເພື່ອ​ຊອກ​ຫາ, ທ້ອນ​ໂຮມ​ຢູ່​ບັນ​ດາ​ເຂດທີ່​ມີ​ຂຸມ​ຝັງ​ສົບ​ລວມ, ຕັດ​ສິນ​ໃຈ​ສູ້​ຊົນ​ປະ​ຕິ​ບັດ​ສຳ​ເລັດ​ເປົ້າ​ໝາຍ​ທ້ອນ​ໂຮມ​ອັດ​ຖ​ິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ໃຫ້​ໄດ້ 7.000 ອັດ​ຖິ ເນື່ອງ​ໃນ​ໂອ​ກາດ​ 80 ປີ​ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄະ, ນັກ​ຮົບ​ເສຍ​ສະ​ຫຼ​ະ​ຊີ​ວິດ​ເພື່ອ​ຊາດ.

ມາ​ຮອດ​ປະ​ຈຸ​ບັນ, ​ສາ​ມາດ​ທ້ອນ​ໂຮ​ມ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ໄດ້ 1.255 ອັດ​ຖິ ແລະ 03 ເຂດ​ຂຸມ​ຝັງ​ສົບ​ລວມ. ໃນ 6 ເດືອນ​ທ້າຍ​ປີ, ຄະ​ນະ​ຊີ້​ນຳ 515 ໄດ້​ວາງ​ເປົ້າ​ໝາຍ​ຊອກ​ຫາ, ທ້ອນ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ໃຫ້​ໄດ້ 3.000 ອັດ​ຖິ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບເອກອັກຄະລັດຖະທູດ ປາແລັດສະຕິນ ເຂົ້າຢ້ຽມອຳລາ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບເອກອັກຄະລັດຖະທູດ ປາແລັດສະຕິນ ເຂົ້າຢ້ຽມອຳລາ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢືນຢັນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ແມ່ນຢຶດໝັ້ນການສະໜັບສະໜູນພາລະກິດຕໍ່ສູ້ຢ່າງຊອບທຳຂອງປະຊາຊົນ ປາແລັດສະຕິນ

Top