• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສູນ​ສື່ມວນ​ຊົນ​ຮັບ​ໃຊ້​ໃຫ້​ແກ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ ພັກ ຈະ​ເປີດນຳ​ໃຊ້​ໃນ​ວັນ​ທີ 22 ມັງ​ກອນ

ສູນສື່ມວນຊົນຮັບໃຊ້ໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກ ຈະເປີດນຳໃຊ້ໃນວັນທີ 22 ມັງກອນ ຢູ່ຫໍປະຊຸມແຫ່ງຊາດ.
ທ່ານ ຫວໍວັນເຖືອງ - ຫົວໜ້າຄະນະໂຄສະນາສຶກສາສູນກາງ ກ່າວຄຳເຫັນຊີ້ນຳກອງປະຊຸມ ຂອງຄະນະຈັດຕັ້ງສູນສື່ມວນຊົນ (ພາບ: TTXVN)

ຄະນະໂຄສະນາສຶກສາສູງກາງພັກ ໄດ້ປະກາດໃຊ້ລະບຽບການກ່ຽວກັບການເຄື່ອນໄຫວຂອງສູນສື່ມວນຊົນ ແລະ ຂໍ້ກຳນົດລະອຽດສຳລັບ ນັກຂ່າວ, ນັກເຕັກນິກ ໃນໄລຍະປະຕິບັດງານ. ໄລ່ມາຮອດປັດຈຸບັນ, ມີນັກຂ່າວ, ນັກເຕັກນິກທັງຢູ່ພາຍໃນ ແລະ ອົງການສື່ມວນຊົນຕ່າງປະເທດ ປະຈຳ ຫວຽດນາມ ຫຼາຍກວ່າ 560 ຄົນ ໄດ້ລົງທະບຽນມາເອົາຂ່າວຢູ່ທີ່ນີ້… ນັກຂ່າວພາຍໃນ ແລະ ສາກົນທີ່ມາເອົາຂ່າວທີ່ກອງປະຊຸມໃຫຍ່ຄັ້ງນີ້ ຈະໄດ້ຮັບການກວດວິໄຈເຊື້ອໄວຣັດ SARS – CoV – 2 ຕາມຄຳສະເໜີ ຂອງຄະນະຈັດຕັ້ງ ແລະ ຮັບໃຊ້ກອງປະຊຸມໃຫຍ່ ຄັ້ງທີ 13 ຂອງ ພັກ.
(ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top