ການສ້າງສູນການເງິນສາກົນ ຢູ່ ຫວຽດນາມ ແມ່ນມີຄວາມຈຳເປັນທີ່ສຸດ, ຕ້ອງຕັດສິນໃຈປະຕິບັດຕາມມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະ ການຊີ້ນຳນຳພາຂອງກົມການເມືອງ ເພື່ອແນໃສ່ຮັບປະກັນປະເທດໂດຍໄວ ແລະ ຍືນຍົງ. ນີ້ແມ່ນຄຳເຫັນຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢູ່ກອງປະຊຸມຂອງຄະນະປະຈຳລັດຖະບານກ່ຽວກັບການສ້າງສູນການເງິນສາກົນຢູ່ ຫວຽດນາມ, ທີ່ໄດ້ດຳເນີນໃນຕ່ອນຄ່ຳວັນທີ 10 ພຶດສະພາ ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ.
ຕາມທ່ານນາຍົກລັດຖະມົນຕີແລ້ວ, ການສ້າງສູນການເງິນສາກົນເພື່ອດຶງດູດແຫຼ່ງກຳລັງ, ຮັບໃຊ້ການພັດທະນາໂດຍໄວ, ຍືນຍົງ, ຮັບໃຊ້ການປະຕິບັດສາມບາດກ້າວບຸກທະລຸຍຸດທະສາດ, ພັດທະນາສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ, ຊຸກຍູ້ສາມກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ ແລະ ບັນດາກຳລັງໜູນເຕີບໂຕໂດຍໄວ, ຮັບໃຊ້ການ Startup, ນະວັດຕະກຳ. ດັ່ງນັ້ນ, ຕ້ອງມີລະບົບບັນດານະໂຍບາຍບຸກທະລຸ, ກະໂດດຂັ້ນ, ມີວິທີການສະເພາະເພື່ອດຶງດູດ, ຊວນເຊື່ອບັນດານັກລົງທຶນມາຈາກເຂດຕາເວັນອອກກາງ, ຈີນ, ອາຊຽນ, ອາເມລິກາ, ເອີລົບ…ມາເຂົ້າຮ່ວມສູນການເງິນສາກົນຢູ່ ຫວຽດນາມ.