ຂ່າວສານ
ສື່ມວນຊົນສາກົນລົງຂ່າວຢ່າງເຂັ້ມຂຸ້ນກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ
ວັນທີ 25 ມັງກອນ, ໜັງສືພິມ Junge Welt ຂອງເຢຍລະມັນ ລົງຂ່າວກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ໄດ້ເລີ່ມຕົ້ນການເຮັດວຽກທີ່ແກ່ຍາວເປັນເວລາ 9 ວັນ ເພື່ອແນໃສ່ວາງອອກບັນດານະໂຍບາຍໃນອະນາຄົດ ແລະ ຈຸດສຸມຂອງກອງປະຊຸມໃຫຍ່ຈະແມ່ນປ່ຽນແປ່ງໃໝ່ ແລະ ຍົກອອກເປົ້າໝາຍພັດທະນາປະເທດຫວຽດນາມ.

(ພາບ: TTXVN)
ໜັງສືພິມ Neues Deutschland ສະບັບອອກໃນວັນທີ 24 ມັງກອນ, ໄດ້ລົງຂ່າວກອງປະຊຸມໃຫຍ່ຄັ້ງທີ 13 ຖືກດຳເນີນໃນສະພາບການທີ່ຫວຽດນາມ ສາມາດຄວບຄຸມໂລກລະບາດໂຄວິດ - 19 ໄດ້ເປັນຢ່າງດີ. ດ້ວຍບັນດາມາດຕະການປ້ອງກັນ, ສະກັດກັ້ນຢ່າງເຂັ້ມງວດ, ຫວຽດນາມໄດ້ຄວບຄຸມຈຳນວນກໍລະນີຕິດເຊື້ອໃນປີ 2020 ແລະ ໄລ່ຮອດວັນທີ 24 ມັງກອນ ຫວຽດນາມ ມີຜູ້ເສຍຊີວິດພຽງ 35 ຄົນເທົ່ານັ້ນ. ເພາະສະນັ້ນ, ພື້ນຖານເສດຖະກິດ ພຽງແຕ່ຖືກຜົນກະທົບເບົາໆ ແລະ ຫວຽດນາມ ມີການເຕີບໂຕບັນລຸລະດັບ 2,9%ໃນປີ 2020. ໜັງສືພິມ SZ ສະບັບອອກໃນວັນທີ 24 ມັງກອນ ກໍ່ໄດ້ລົງບົດຂຽນກ່ຽວກັບ ເລື່ອງພັກກອມມູນິດ ຫວຽດນາມ ດຳເນີນກອງປະຊຸມໃຫຍ່ຄັ້ງທີ 13 ໃນຂະນະທີ່ຫວຽດນາມ ນອນໃນຈຳນວນໜ້ອຍປະເທດທີ່ມີການເຕີບໂຕເປັນບວກ ໃນປີ 2020 ໂດຍບໍ່ຫົວຊາຕໍ່ໂລກລະບາດໂຄວິດ - 19.
ສຳນັກຂ່າວສານ Reuters ໄດ້ລົງຂ່າວວ່າ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ຈະດຳເນີນໃນຮອບເວລາ 9 ວັນດ້ວຍ 2 ເນື້ອໃນຕົ້ນຕໍແມ່ນວາງ ນະໂຍບາຍ ໄລຍະ5 ປີຈະມາເຖິງ ແລະ ຄັດເລືອກເອົາຄະນະການນຳຊຸດໃໝ່.
(ແຫຼ່ງຄັດຈາກ VOV)