• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນ​ຊົນລາວ ໄດ້​ລົງ​ຂ່າວ, ບົດ​ເປັນ​ຈຳ​ນວນຫຼາຍ, ຂ່ຳ​ນັບ​ຮັບ​ຕ້ອນ​ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢ້ຽມ​ຢາມ​ ລາວ ຢ່າງ​ເປັນ​ທາງ​ການ​

ຜ່ານການຜູກພັນມາຫຼາຍທົດສະວັດ, ການພົວພັນແບບພິເສດ ລະຫວ່າງສອງປະເທດ ລາວ - ຫວຽດນາມ ນັບມື້ນັບມີປະສິດທິຜົນ ແລະ ເລິກເຊິ່ງໃນທຸກດ້ານ, ພິເສດແມ່ນການຮ່ວມມືດ້ານການເມືອງ ແລະ ການຕ່າງປະເທດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ການຮ່ວມມືດ້ານເສດຖະກິດ - ການຄ້າ ກໍນັບມື້ນັບມີປະສິດທິຜົນ.
  ພິທີຕ້ອນຮັບ (ພາບ: TTXVN)  

ບັນດາໜັງສືພິມໃຫຍ່ຂອງ ລາວ ໄດ້ອອກຂ່າວ, ບົດເປັນຈຳນວນຫຼາຍ ເພື່ອຂ່ຳນັບຮັບຕ້ອນ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢ້ຽມຢາມ ລາວ ຢ່າງເປັນທາງການ. ໜັງສືພິມ ປະຊາຊົນ - ກະບອກສຽງຂອງພັກປະຊາຊົນປະຕິວັດລາວ ໄດ້ລົງບົດຂຽນ ດ້ວຍຫົວຂໍ້: “ຂ່ຳນັບຮັບຕ້ອນທ່ານນາຍົກລັດຖະມົນຕີ ຫວຽດນາມ ຢ້ຽມຢາມ ລາວ ຢ່າງເປັນທາງການ” ໃນໜ້າທຳອິດ. ບົດຂຽນໄດ້ຊີ້ແຈ້ງວ່າ: ຜ່ານການຜູກພັນມາຫຼາຍທົດສະວັດ, ການພົວພັນແບບພິເສດ ລະຫວ່າງສອງປະເທດ ລາວ - ຫວຽດນາມ ນັບມື້ນັບມີປະສິດທິຜົນ ແລະ ເລິກເຊິ່ງໃນທຸກດ້ານ, ພິເສດແມ່ນການຮ່ວມມືດ້ານການເມືອງ ແລະ ການຕ່າງປະເທດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ການຮ່ວມມືດ້ານເສດຖະກິດ - ການຄ້າ ກໍນັບມື້ນັບມີປະສິດທິຜົນ. ປີ 2023, ສອງປະເທດ ລາວ ແລະ ຫວຽດນາມ ຈະສືບຕໍ່ເພີ່ມທະວີການພົວພັນຮ່ວມມືໃນທຸກຂົງເຂດ; ສືບຕໍ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອພັດທະນາເສດຖະກິດ - ສັງຄົມ, ນຳເອົາຜົນປະໂຫຍດມາໃຫ້ປະຊາຊົນສອງປະເທດຢ່າງແທ້ຈິງ...

ໃນຂະນະນັ້ນ, ໜັງສືພິມ ປະເທດລາວ ໄດ້ລົງບົດຂຽນ: “ຊົມເຊີຍ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ມາຢ້ຽມຢາມ ລາວ ຢ່າງເປັນທາງການ”, ກໍໄດ້ຊີ້ແຈ້ງວ່າ: ການຢ້ຽມຢາມຄັ້ງນີ້ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ອີກຄັ້ງໜຶ່ງໄດ້ຢັ້ງຢືນ ຄັ້ງ ຄວາມມຸ່ງມາດປາດຖະໜາສະເໝີຕົ້ນສະເໝີປາຍຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ໃນການສືບຕໍ່ເສີມຂະຫຍາຍມູນເຊື້ອຢ່າງເລິກເຊິ່ງ, ແໜ້ນແຟ້ນ, ໄວ້ເນື້ອເຊື່ອໃຈ, ບໍລິສຸດຜຸດຜ່ອງ, ຫາຍາກໃນໂລກ ລະຫວ່າງສອງປະເທດ ລາວ - ຫວຽດນາມ.

 

(ແຫຼ່ງຄັດຈາກ VOV)

ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຢີ, ການ​ຫັນ​ເປັນ​ດີ​ຈີ​ຕອນ​ຕ້ອງ​ກາຍ​ເປັນ​ກຳ​ລັງ​ໜູ​ນຫຼັກ​ໃຫ້​ແກ່​ເປົ້າ​ໝາຍ​ເຕີບ​ໂຕ​ສອງ​ຕົວ​ເລກ

ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຢີ, ການ​ຫັນ​ເປັນ​ດີ​ຈີ​ຕອນ​ຕ້ອງ​ກາຍ​ເປັນ​ກຳ​ລັງ​ໜູ​ນຫຼັກ​ໃຫ້​ແກ່​ເປົ້າ​ໝາຍ​ເຕີບ​ໂຕ​ສອງ​ຕົວ​ເລກ

ໃນ 6 ເດືອນ​ຕົ້ນ​ປີ, GDP (ຍອດ​ຜະ​ລິ​ດ​ຕະ​ພັນ​ພາຍ​ໃນ​ປະ​ເທດ) ທົ່ວ​ປະ​ເທດ​ບັນ​ລຸ​ລະ​ດັບເຕີບ​ໂຕ 8,18%. ເພື່ອ​ປະ​ຕິ​ບັດ​ສຳ​ເລັດເປົ້າ​ໝາຍ​ທັງ​ປີ, 6 ເດືອນ​ທ້າຍ​ປີ​ຕ້ອງ​​ສູ້​ຊົນ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ປະ​ມານ 11,9%.

Top