• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນ​ຊົນ ເຢຍ​ລະ​ມັນ ເຊື່ອ​ໝັ້ນ​ວ່າ ຫວຽດ​ນາມ ຈະ​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ໄດ້​ເປັນ​ຢ່າງ​ດີ

ເວັບໄຊການເງິນ ຂອງ ເຢຍລະມັນ ໄດ້ໃຫ້ຂ່າວກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ກໍຄືອັບເດດສະພາບການໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ, ໃນນັ້ນ ໄດ້ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະຄວບຄຸມໂລກລະບາດໂຄວິດ - 19 ໃນການແຜ່ລະບາດຮອບໃໝ່ນີ້ໄດ້ເປັນຢ່າງດີ.
(ພາບປະກອບ: TTXVN)

ວັນທີ 19 ພຶດສະພາ, ເວັບໄຊການເງິນ (Finanznachrichten) ຂອງ ເຢຍລະມັນ ໄດ້ໃຫ້ຂ່າວກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ກໍຄືອັບເດດສະພາບການໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ, ໃນນັ້ນ ໄດ້ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະຄວບຄຸມໂລກລະບາດໂຄວິດ - 19 ໃນການແຜ່ລະບາດຮອບໃໝ່ນີ້ໄດ້ເປັນຢ່າງດີ.

        ບົດຂຽນໄດ້ຄັດສະເໜີຄຳເວົ້າຂອງນັກຊ່ຽວຊານ ອົງການການຄ້າ ແລະ ລົງທຶນ ເຢຍລະມັນ ປະຈຳ ຫວຽດນາມ, ທ່ານນາງ Frauke Schimitz – Bauerdick ໂດຍໃຫ້ຮູ້ວ່າ ວົງການນັກສັງເກດການເຊື່ອໝັ້ນວ່າ ຫວຽດນາມ ພວມຄວບຄຸມການແຜ່ລະບາດຄັ້ງໃໝ່ນີ້ໄດ້ເປັນຢ່າງດີ ແລະ ສາມາດສືບຕໍ່ປະຕິບັດບັນດາຍຸດທະສາດຂອງຕົນ, ໂດຍສະເພາະແມ່ນກ່ຽວກັບຂົງເຂດເສດຖະກິດ ຜ່ານການຄວບຄຸມໂລກລະບາດໄດ້ເປັນຢ່າງດີ.

        ໃນຂະນະນັ້ນ, ໜັງສືພິມການຄ້າ (Handelsblatt) ຂອງ ເຢຍລະມັນ ຫາກໍມີບົດຂຽນຕີລາຄາສູງຄວາມສາມາດບົ່ມຊ້ອນຂອງຕະຫຼາດ ຫວຽດນາມ ກັບບັນດານັກລົງທຶນຕ່າງປະເທດ. ຕາມບົດຂຽນດັ່ງກ່າວແລ້ວ, ບັນດາພື້ນຖານເສດຖະກິດທີ່ຫາກໍ່ພົ້ນເດັ່ນຄື ຫວຽດນາມ ພວມດຶງດູດບັນດານັກລົງທຶນຍ້ອນມີກຳໄລຫຼາຍ. ຫວຽດນາມ ມີຄວາມດູດດື່ມ ຍ້ອນວ່າມີຄວາມບົ່ມຊ້ອນຫຼາຍຢ່າງສຳລັບບັນດານັກລົງທຶນ, ໂດຍສະເພາະແມ່ນລົງທຶນກ່ຽວກັບໃບຫຸ້ນ ແລະ ພັນທະບັດ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top