• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນ​ຊົນ ສ.ເກົາຫຼີ: ສ.ເກົາຫຼີ​ປາດ​ຖະ​ໜາ​ຢາກ​ຍົກ​ລະ​ດັບ​ການ​ພ​ົວ​ພັນ​ກັບ ຫວຽດ​ນາມ

ມີໜັງສືພິມຫຼາຍສະບັບຂອງ ສ.ເກົາຫຼີ ຄື Chosun, JoongAng, Dong A, Hankyung… ໄດ້ໃຫ້ຂ່າວກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong - Seug  ແຕ່ວັນທີ 31 ຕຸລາ ຫາວັນທີ 4 ພະຈິກ.

ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong - Seug ແລະ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ (ພາບ: TTXVN)

ໜັງສືພິມ Hankyung ໃຫ້ຮູ້ວ່າ, ໃນບັນດາການພົບປະ, ເຂົ້າຢ້ຽມຂ່ຳນັບກັບການນຳພັກ, ລັດ ແລະ ສະພາແຫ່ງຊາດຫວຽດນາມ, ທ່ານ Park Byeong - Seug ໄດ້ກ່າວຄຳເຫັນວ່າ ຄວນຍົກລະດັບການພົວພັນລະຫວ່າງສອງປະເທດ ຈາກການພົວພັນຄູ່ຮ່ວມມືຍຸດທະສາດ ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ທ່ານ Park Byeong - Seug ກໍຕີລາຄາສູງຕໍ່ຜົນສຳເລັດໃນການຄວບຄຸມໂລກລະບາດໂຄວິດ - 19 ແລະ ການເຕີບໂຕເສດຖະກິດຂອງ ຫວຽດນາມ.

        ໜັງສືພິມ Chosun ໄດ້ຄັດສະເໜີຄຳເວົ້າ ຂອງທ່ານ Park Byeong – Seug, ໂດຍໃຫ້ຮູ້ວ່າ: ການຢ້ຽມຢາມຄັ້ງນີ້ ໄດ້ສະແດງໃຫ້ເຫັນວ່າ ສ.ເກົາຫຼີ ຖືເປັນສຳຄັນການຮ່ວມມືດ້ານເສດຖະກິດ ແລະ ການພົວພັນສອງຝ່າຍກັບ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ, ລັດ ແລະ ລັດ​ຖະ​ບານ ຫວຽດ​ນາມ​ແມ່ນ​ພັດ​ທະ​ນາ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄ​ວາມ​ໝັ້ນ​ຄົງ, ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ ແລະ ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນຢ່າງ​ຄົບ​ຖ້ວນ.

Top