• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນສາກົນລົງຂ່າວ/ບົດເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມທາງລັດຖະກິດ ຈີນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ

ສະຖານີວິທະຍຸ ແລະ ໂທລະພາບ ຍີ່ປຸ່ນ NHK ໄດ້ສະຫງວນເວລາສ່ວນຫຼາຍເພື່ອໃຫ້ຂ່າວກ່ຽວກັບການເຈລະຈາລະຫວ່າງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ.
  (ໜັງ​ສື​ພິມ​ປະ​ຊາ​ຊົນ​ລາຍ​ວັນ, ອົງ​ການ​ກະ​ບອກ​ສຽງ​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ ຈີນ, ສະ​ບັບ​ອອກວັນ​ທີ 16 ເມ​ສາ )  

ຂ່າວ​ສານ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຈີນ ຂອງ​ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວ​ຽດ​ນາມ ໄດ້​ເອົາ​ລົງ​ໃນ​ສື່ມວນ​ຊົນຂອງ ຈີນ ​ເປັນ​ຈຳ​ນວນ​ຫຼາຍ​ ໃນ 2 ມື້​ຜ່ານ​ມາ, ໃນ​ນັ້ນ​ໄດ້​ຢືນ​ຢັນ​ວ່າ ການ​ພົບ​ປະ “ລະ​ດູ​ບານ​ໃໝ່” ລະ​ຫວ່າງ​ການ​ນຳ 2 ພັກ, 2 ລັດ ຈະ​ເຮັດ​ໃຫ້​ການ​ພົວ​ພັນ​ຍຸດ​ທະ​ສາດ 2 ຝ່າຍ​ເລິກ​ເຊິ່ງ​ຂຶ້ນ​ຕື່ມ.

ໜັງ​ສື​ພິມ​ປະ​ຊາ​ຊົນ​ລາຍ​ວັນ, ອົງ​ການ​ກະ​ບອກ​ສຽງ​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ ຈີນ, ສະ​ບັບ​ອອກວັນ​ທີ 16 ເມ​ສາ ໄດ້​ສະ​ຫງວນ​​ໜ້າທີ 1, ທີ 2, ທີ 3 ເກືອບ​ທັງ​ໝົດ​ເພື່ອ​ລົງ​ຂ່າວ ​ບັນ​ດ​າ​ການ​ໂອ້​ລົມ​ທົນ​ທະ​ນາ, ພົບ​ປະ​ເຈ​ລະ​ຈາ​ຂອງ​ການ​ນຳ 2 ປະ​ເທດ, ພ້ອມ​ກັບບັນ​ດາ​ການ​ນຳ​ພັກ ແລະ ລັດ​ຂອງ ຈີນ ອື່ນ.

​ໃນ​ລາຍ​ການ​ສະ​ຖາ​ນະ​ການ​ການ​ເມືອງ​ຕອນ​ເຊົ້າ​ວັນ​ທີ 16 ເມ​ສາ, ​ສະ​ຖາ​ນີວິ​ທະ​ຍຸ ແລະ ໂທ​ລະ​ພາບ ຍີ່​ປຸ່ນ NHK ໄດ້​ສະ​ຫງວນ​ເວ​ລາ​ສ່ວນ​ຫຼາຍ​ເພື່ອ​ໃຫ້​ຂ່າວ​ກ່ຽວ​ກັບ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີ​ນ.

ໃນ​ຂະ​ນະ​ນນັ້ນ, ສື່ມວນ​ຊົນ ສ.ເກົາ​ຫ​ຼີ ກໍ່​ສະ​ຫງວນ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ໃຫ້​ແກ່​ເຫດ​ການ​ການ​ທູດ​ທີ່​ໄດ້​ຮັບ​ການ​ຕີ​ລ​າ​ຄາ​ວ່າ​ມີ​ຂອບ​ຂະ​ໜາດ​ສາ​ກົນ​ນີ້.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ເລມິນຮຶງ ໂອ້ລົມທາງໂທລະສັບກັບນາຍົກລັດຖະມົນຕີ ສິງກະໂປ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ ໂອ້ລົມທາງໂທລະສັບກັບນາຍົກລັດຖະມົນຕີ ສິງກະໂປ

ຕອນເຊົ້າວັນທີ 16 ເມສາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໂອ້ລົມທາງໂທລະສັບກັບທ່ານ Lawrence Wong, ນາຍົກລັດຖະມົນຕີ ສິງກະໂປ.

Top