• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນ ກູບາ ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມ ຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

ນັກຂ່າວ Marta Rojas Rodriguez ມີບົດຂຽນຍົກອອກຄວາມໝາຍຂອງພາລະກິດແຫ່ງການຕໍ່ສູ້ເພື່ອຄວາມມຸ່ງມາດປາດຖະໜາຊອກຫາເອກະລາດຂອງປະຊາຊົນ ຫວຽດນາມ ແລະ ບົດບາດນຳພາຂອງປະທານ ໂຮ່ຈີມິນ ຄືດັ່ງແບບຢ່າງ ແລະ ການກະຕຸກຊຸກຍູ້ໃຫ້ແກ່ຂະບວນການກ້າວໜ້າໃນທົ່ວໂລກ.

ພາບປະກອບ 

ໃນຊຸມວັນນີ້, ບັນດາພາຫະນະສື່ມວນຊົນທາງການຂອງ ກູບາ ໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມທາງລັດຖະກິດ ກູບາ ຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໃນລະຫວ່າງວັນທີ 28 – 30 ມີນາ.

        ໃນໜັງສືພິມ Granma, ເຊິ່ງແມ່ນກະບອກສຽງຂອງພັກກອມມູນິດ ກູບາ ແລະ ໜັງສືພິມລາຍວັນໃຫຍ່ທີ່ສຸດ, ນັກຂ່າວ Marta Rojas Rodriguez ມີບົດຂຽນຍົກອອກຄວາມໝາຍຂອງພາລະກິດແຫ່ງການຕໍ່ສູ້ເພື່ອຄວາມມຸ່ງມາດປາດຖະໜາຊອກຫາເອກະລາດຂອງປະຊາຊົນ ຫວຽດນາມ ແລະ ບົດບາດນຳພາຂອງປະທານ ໂຮ່ຈີມິນ ຄືດັ່ງແບບຢ່າງ ແລະ ການກະຕຸກຊຸກຍູ້ໃຫ້ແກ່ຂະບວນການກ້າວໜ້າໃນທົ່ວໂລກ.

        ໃນຂະນະນັ້ນ, ສຳນັກຂ່າວສານປະເທດ ອາເມລິກາ ລາຕີນ (Prensa Latina) ມີ 2 ບົດສຳພາດທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກູບາ ຫງວຽນຈູງແທ່ງ ແລະ ທ່ານເອກອັກຄະລັດຖະທູດ ກູບາ ປະຈຳ ຮ່າໂນ້ຍ Lianys Torres. ໃນນັ້ນ, ນັກການທູດ 2 ທ່ານລ້ວນແຕ່ຢັ້ງຢືນເຖິງການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະແມ່ນຂີດໝາຍປະຫວັດສາດໃນການພົວພັນ 2 ຝ່າຍ, ໃນຂະນະທີ່ທັງສືບທອດການພົວພັນເປັນແບບຢ່າງ, ບໍລິສຸດຜຸດຜ່ອງ, ທັງເປີດບັນດາກາລະໂອກາດ ແລະ ການຮ່ວມມືໃໝ່, ພິເສດແມ່ນໃນຂົງເຂດເສດຖະກິດ.

        ໃນບັນດາຊ່ອງໂທລະພາບຕົ້ນຕໍຂອງ ກູບາ, ບັນດາໜັງສືພິມລາຍວັນທົ່ວປະເທດ, ບັນດາສື່ເອເລັກໂຕນິກ ທາງການ ແລະ ຊ່ອງວິທະຍຸຫຼັກແຫຼ່ງກໍ່ລ້ວນແຕ່ມີບົດສາລະຄະດີ, ບົດຫົວເລື່ອງສະເພາະກ່ຽວກັບ ຫວຽດນາມ ແລະ ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຟູ໋ຈ້ອງ.

(ແຫຼ່ງຄັດຈາກ VOV)


ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top