ຊຸດຝຶກອົບຮົມດັ່ງກ່າວໄດ້ດຳເນີນຮອດວັນທີ 15 ກໍລະກົດ, ດ້ວຍການເຂົ້າຮ່ວມຂອງສຳມະນາກອນ 50 ຄົນ ທີ່ມາຈາກສາມປະເທດ. ກ່າວຄຳເຫັນເປີດຊຸດຝຶກອົບຮົມ, ທ່ານນາງ ສີໄສ ລືເດດມູນສອນ, ຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ, ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງຊຸດຝຶກອົບຮົມ, ນັ້ນແມ່ນການສືບຕໍ່ຜັນຂະຫຍາຍໝາກຜົນການພົບປະຂອງການນຳຂັ້ນສູງສາມພັກ ລາວ - ຫວຽດນາມ - ກຳປູເຈຍ; ເຊິ່ງເປັນມູນເຊື້ອອັນດີງາມ, ຊັບສົມບັດອັນລ້ຳຄ່າ ທີ່ເຂັ້ມຂຸ້ນໄປດ້ວຍຄວາມເປັນເອກະລັກຂອງສາມພັກ. ໃນຊຸດຝຶກອົບຮົບ, ບັນດາສຳມະນາກອນຈະແລກປ່ຽນບົດຮຽນປະສົບການກ່ຽວກັບການພັດທະນາເສດຖະກິດ - ສັງຄົມຂອງແຕ່ລະພັກ, ແຕ່ລະປະເທດ ແລະ ພ້ອມກັນຫວນຄືນມູນເຊື້ອສາມັກຄີ, ຄວາມສະໜິດຕິດພັນ, ຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງສາມພັກ ແລະ ປະຊາຊົນສາມປະເທດ; ແບ່ງປັນບົດຮຽນປະສົບການສ້າງສາປະເທດຂອງແຕ່ລະພັກ, ແຕ່ລະປະເທດໃນປັດຈຸບັນ.
ບັນດາສຳມະນາກອນ ຈະໄດ້ລົງເລິກປຶກສາຫາລືບັນດາຫົວຂໍ້ທີ່ກ່ຽວຂ້ອງເຖິງການເຄື່ອນໄຫວຂອງສາມປະເທດ; ຍຸດທະສາດພັດທະນາເສດຖະກິດ - ການຄ້າຂອງສາມປະເທດໃນສະພາບການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ; ການຮ່ວມມືດ້ານການທ່ອງທ່ຽວ ແລະ ວັດທະນະທຳ 3 ປະເທດ... ນອກຈາກການປຶກສາຫາລືຕາມຫົວຂໍ້ແລ້ວ, ບັນດາສຳມະນາກອນກໍຈະໄດ້ໄປທັດສະນະສຶກສາ ແລະ ຢ້ຽມຊົມບາງເຂດອະນຸສອນສະຖານ, ຮາກຖານການຜະລິດທີ່ສຳຄັນຢູ່ນະຄອນຫຼວງ ວຽງຈັນ ແລະ ແຂວງ ວຽງຈັນ.