ຂ່າວສານ
ສືບຕໍ່ເພີ່ມພູນຄູນສ້າງ, ນຳການພົວພັນມິດຕະພາບ ຫວຽດນາມ - ລາວ ສືບຕໍ່ພັດທະນາແບບຍືນຍົງ
ຕອນບ່າຍວັນທີ 19 ມິຖຸນາ, ເນື່ອງໃນໂອກກາດເຂົ້າຮ່ວມງານຕະຫຼາດນັດ ຈີນ - ອາຊີໃຕ້ ຄັ້ງທີ 9 ແລະ ງານຕະຫຼາດນັດການສົ່ງອອກນຳເຂົ້າ ຄຸນໝິງ ຄັ້ງທີ 29 ຢູ່ ຢູນໜານ, ຈີນ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ພົບປະກັບທ່ານຮອງນາຍົກລັດຖະມົນຕີ ລາວ ກິແກ້ວ ໄຂຄຳພິທູນ.
ທີ່ການພົບປະ, ຮອງນາຍົກລັດຖະມົນຕີສອງທ່ານ ໄດ້ຢັ້ງຢືນວ່າ ສອງປະເທດຖືເປັນສຳຄັນການພົວພັນສອງຝ່າຍ, ຍາມໃດກໍ່ມານະພະຍາຍາມເພີ່ມພູນຄູນສ້າງ ແລະ ນຳການພົວພັນມິດຕະພາບລະຫວ່າງສອງປະເທດສືບຕໍ່ພັດທະນາແບບຍືນຍົງ, ນັບມື້ນັບເຂົ້າສູ່ລວງເລິກ. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຊີ້ນຳບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນສອງປະເທດສຸມໃສ່ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ, ໂຄງການຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ບັນດາກົນໄກສອງຝ່າຍ, ພິເສດແມ່ນເອົາໃຈໃສ່ເປັນພິເສດເຖິງການເຊື່ອມຕໍ່ລະຫວ່າງສອງພື້ນຖານເສດຖະກິດ, ໃນນັ້ນເນັ້ນໜັກເຖິງການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມ. ໄປຄຽງຄູ່ກັນນັ້ນ, ກໍ່ເປັນເອກະພາບສືບຕໍ່ຍູ້ແຮງການໂຄສະນາສຶກສາ ກ່ຽວກັບມູນເຊື້ອການພົວພັນແບບພິເສດ ຫວຽດນາມ - ລາວ, ເປັນຕົ້ນແມ່ນສຳລັບໄວໜຸ່ມສອງປະເທດ.
ໃນສະພາບການໂລກ ແລະ ພາກພື້ນ ສືບຕໍ່ມີການຜັນແປທີ່ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ໃນປັດຈຸບັນ, ຮອງນາຍົກລັດຖະມົນຕີ ສອງທ່ານໄດ້ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນ ຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ແລກປ່ຽນ, ປຶກສາຫາລື ບັນດາບັນຫາຍຸດທະສາດກ່ຽວກັບຄວາມໝັ້ນຄົງ ແລະ ການພັດທະນາຂອງແຕ່ລະປະເທດຢ່າງເປັນປະຈຳ.