ຂ່າວສານ
ສືບຕໍ່ສຸມໃສ່ການໂຄສະນາເພື່ອຕໍ່ສູ້ຮຽກຮ້ອງຄວາມຍຸຕິທຳໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ
ບົດລາຍງານຢູ່ກອງປະຊຸມໃຫ້ຮູ້ວ່າ ປີນີ້, ບັນດາສະມາຄົມໃນທົ່ວປະເທດໄດ້ຜັນຂະຫຍາຍຫຼາຍການເຄື່ອນໄຫວແທດຈິງມຸ່ງໄປເຖິງຜູ້ປະສົບເຄາະຮ້າຍທາດພິດສີສົ້ມ/ດີໂອຊິນ ໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈ, ແຫຼ່ງກຳລັງ ແລະ ສ້າງວິທີຫາເງິນລ້ຽງຊີບໃຫ້ແກ່ຜູູ້ປະສົບເຄາະຮ້າຍ. ທ່ານພົນຕີ ຫງວຽນຫືວຈິງ ໃຫ້ຮູ້ວ່າ ປີ 2026, (VAVA), ສືບຕໍ່ສຸມໃສ່ການໂຄສະນາເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ:
“ໃນປີ 2026, ພວກຂ້າພະເຈົ້າໄດ້ປ່ຽນແປງໃໝ່ແບບວິທີເຄື່ອນໄຫວ ແລະ ລະດົມແຫຼ່ງກຳລັງເພື່ອສ້າງບັນດາແຫຼ່ງກຳລັງດີທີ່ສຸດເພື່ອເບິ່ງແຍງດູແລ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ. ອີກໜ້າທີ່ໜຶ່ງໃນປີໜ້າແມ່ນ ເນື່ອງໃນໂອກາດເຫດການ “65 ປີວິນາດຕະກຳທາດພິດສີສົ້ມ”, ພວກຂ້າພະເຈົ້າຈະຈັດຕັ້ງລາຍການດ້ວຍສານທີ່ວ່າ: ຈາກວິນາດຕະກຳເຖິງວິວັດທະນາການຮ່ວມແຮງຮ່ວມໃຈຫຼຸດຜ່ອນຄວາມເຈັບປວດຈາກທາດພິດສີສົ້ມ”, ເພື່ອສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ, ສ້າງຄວາມຮັບຮູ້ຢ່າງເລິກເຊິ່ງກວ້າງຂວາງຢູ່ພາຍໃນປະເທດ ແລະ ສາກົນ.”







