• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບ​ຕໍ່​ຍູ້​ແຮງ​ການ​ຊອ​ກ​ຫາ, ທ້ອນ​ໂຮມ​ອັດ​ຖິ​ທະ​ຫານ​ ​ ຫວຽດ​ນາມ ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ຢູ່​ລາວ

ລະ​ດູ​ແລ້ງ, 2025 – 2026, ກອງ​ທ້ອນ​ໂຮມ​ຂອງ ຫວຽດ​ນາມ ໄດ້​ຊອກ​ຫາ, ທ້ອນ​ໂຮມ​ອັດ​ທິນັກ​ຮົບ ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ 173 ຊຸດ.
  ກອງ​ປະ​ຊຸມ​ຄັ້ງ​ທີ 31 ລະ​ຫວ່າງ​ຄະ​ນະ​ປະ​ຕິ​ບັດ​ງານ​ພິ​ເສດ​ລັດ​ຖະ​ບານ​ຫວຽດ​ນາມ ແລະ ຄະ​ນະ​ປະ​ຕິ​ບັດ​ງານ​ພິ​ເສດ ລັດ​ຖະ​ບານ​ລາວ (ພາບ: VNA)  
ວັນ​ທີ 27 ກໍ​ລະ​ກົດ, ຢູ່​ນະ​ຄອນ ໂຮ່​ຈີ​ມິນ, ໄດ້​ດຳ​ເນີນກອງ​ປະ​ຊຸມ​ຄັ້ງ​ທີ 31 ລະ​ຫວ່າງ​ຄະ​ນະ​ປະ​ຕິ​ບັດ​ງານ​ພິ​ເສດ​ລັດ​ຖະ​ບານ​ຫວຽດ​ນາມ ແລະ ຄະ​ນະ​ປະ​ຕິ​ບັດ​ງານ​ພິ​ເສດ ລັດ​ຖະ​ບານ​ລາວ ກ່ຽວ​ກັບ​​ການ​ສືບ​ຕໍ່​ຊອກ​ຫາ, ທ້ອນ​ໂຮມ, ນ​ຳ​ອັດ​ຖິ​ທະ​ຫານອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊານ ​ຫວຽດ​ນາມ ເສຍ​ສະຫຼະ​ຊີ​ວິດ​ຢູ່​ລາວໃນ​ປາງ​ສົງ​ຄາມກັບ​ຄືນ​ເມືອ​ປະ​ເທດ, ໃນລະ​ດູ​ແລ້ງ 2026 – 2027 ກັບ​ເມືອ​ປະ​ເທດ. ລະ​ດູ​ແລ້ງ, 2025 – 2026, ກອງ​ທ້ອນ​ໂຮມ​ຂອງ ຫວຽດ​ນາມ ໄດ້​ຊອກ​ຫາ, ທ້ອນ​ໂຮມ​ອັດ​ທິນັກ​ຮົບ ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ 173 ຊຸດ. ໃນ​ລະ​ດູ​ແລ້ງ 2026 – 2027, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ປະ​ສານ​ສົມ​ທົບ, ຊີ້​ນຳ​ວຽກ​ງານ​ຊອກ​ຫາ, ທ້ອນ​ໂຮມ, ນຳ​ອັດ​ຖິທະ​ຫານອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊານ ​ຫວຽດ​ນາມ ເສຍ​ສະຫຼະ​ຊີ​ວິດ​ຢູ່​ລາວ ໃນ​ປາງ​ສົງ​ຄາມ​ກັບ​ເມືອ​ປະ​ເທດ, ຍູ້​ແຮງວຽກ​ງານ​ໂຄ​ສະ​ນາ, ຂົນ​ຂວາຍ​ປະ​ຊາ​ຊົນ​ສອງ​ປະ​ເທດ​ສະ​ໜອງ​ຂໍ້​ມູນ​ກ່ຽວ​ກັບ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ​ຂຸມ​ຝັງ​ສົບສຸ​ສານທະ​ຫານອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊານ ​ຫວຽດ​ນາມ ເສຍ​ສະຫຼະ​ຊີ​ວິດ​ຢູ່​ລາວ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ນຳ​ໜ້າ​ໃນ​ການ​ຫັນ​ວິ​ໄສ​ທັດ​ປະ​ຊາ​ຄົມ ອາ​ຊຽນ​ 2045 ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ

ຫວຽດ​ນາມ​ນຳ​ໜ້າ​ໃນ​ການ​ຫັນ​ວິ​ໄສ​ທັດ​ປະ​ຊາ​ຄົມ ອາ​ຊຽນ​ 2045 ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ

ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ, ໃນ​ນັ້ນ​ມີ ຫວຽດ​ນາມ ຕ້ອງ​ສ້າງວິ​ວັດ​ການ ແລະ ບັນ​ດາ​ມາດ​ຕະ​ການ, ໃຫ້​ບຸ​ລິ​ມະ​ສິດ​ລະ​ອຽດ​ໃຫ້​ແຕ່​ລະ​ໄລ​ຍະ​ດ້ວຍ​ການ​ລົງ​ທຶນ​ແຫຼ່ງ​ກຳ​ລັງ​ສົມ​ຄວນ ໃຫ້​ແກ່​ວຽກ​ງານ​ຜັນ​ຂະ​ຫຍາຍ​ວິ​ໄສ​ທັດ ປະ​ຊາ​ຄົມ ອາ​ຊຽນ 2045.

Top