• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບຕໍ່ສ້າງກອງທັບ ທີ່ຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກ, ຕໍ່ລັດ ແລະ ປະຊາຊົນ ຢ່າງເດັດຂາດ

      ຕອນເຊົ້າວັນທີ 17 ມິຖຸນາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ອົງຄະນະພັການທະຫານສູນກາງ ອາຍຸການ 2020 – 2025 ໄດ້ຈັດກອງປະຊຸມຄັ້ງທີ 1, ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ທີ່ກອງປະຊຸມດັ່ງກ່າວ ກໍມີການເຂົ້າຮ່ວມຂອງທ່ານປະທານປະເທດ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ, ທ່ານຫວໍວັນເຖືອງ ຜູ້ປະຈຳການຄະນະເລຂາສູນກາງພັກທ່ານພົນໂທ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສະແດງຄວາມຊົມເຊີຍ ອົງຄະນະພັກການທະຫານສູນກາງ ອາຍຸການ 2015 – 2020 ທີ່ໄດ້ປະຕິບັດສຳເລັດໜ້າທີ່ ເຊິ່ງພັກ, ລັດ, ປະຊາຊົນໄດ້ມອບໝາຍໃຫ້ເປັນຢ່າງດີທີ່ສຸດ,  ຍາມໃດກໍມີຄວາມສາມັກຄີ, ມີການປ່ຽນແປງໃໝ່, ປະດິດຄິດສ້າງຫຼາຍຢ່າງ, ຊີ້ນຳນຳພາທົ່ວກອງທັບປະຕິບັດມະຕິກອງປະຊຸມໃຫຍ່   ອົງຄະນະພັກການທະຫານຄັ້ງທີ X, ບັນດາເປົ້າໝາຍ, ແຜນນະໂຍບາຍໃຫຍ່ກ່ຽວກັບການທະຫານປ້ອງກັນຊາດ ເຊິ່ງກອງປະຊຸມໃຫຍ່ຄັ້ງທີ XII ຂອງ ພັກ ໄດ້ວາງອອກ ຢ່າງມີໄຊ.
            ທ່ານເລຂາທິການໃຫຍ່ກໍສະເໜີ ໃຫ້ອົງຄະນະພັກການທະຫານສູນກາງ ອາຍຸການໃໝ່  ຕ້ອງມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບໜ້າທີ່ສຳຄັນຂອງຕົນ, ສືບຕໍ່ມີແນວຄິດທີ່ໝັ້ນຄົງ, ຢຶດໝັ້ນ, ສາມັກຄີ, ມີຄວາມເປັນເອກະພາບສູງ, ຮັກສາຫຼັກການ, ແບບວິທີການຊີ້ນຳນຳພາຢ່າງມີວິທະຍາສາດ, ປະຊາທິປະໄຕ, ໃກ້ຊິດຕິດແທດກັບສະພາບການຕົວຈິງ, ມີຄວາມສະດຸ້ງໄວຕໍໍ່ສິ່ງທີ່ໃໝ່ອ່ຽມ, ສ້າງກອງທັບໃຫ້ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກ, ຕໍ່ລັດ ແລະ ປະຊາຊົນ ຢ່າງເດັດຂາດ, ພິເສດ ສ້າງອົງຄະນະພັກການທະຫານໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ເປັນແບບຢ່າງທີ່ດີເດັ່ນ ແລະ ນຳພາທົ່ວກອງທັບປະຕິບັດທຸກໜ້າທີ່ທີ່ໄດ້ຮັບການມອບໝາຍຢ່າງມີໄຊ.
            ແລະ ໃນຕອນເຊົ້າຂອງວັນດຽວກັນ, ກໍ່ໄດ້ດຳເນີນວາລະປະຊຸມຄັ້ງທຳອິດ ຂອງ ອົງຄະນະພັກການທະຫານສູນກາງ ອາຍຸການ 2020 – 2025 ຮັບຮອງເອົາບົດລາຍງານໝາກຜົນການຊີ້ນຳ, ນຳພາໃນການປະຕິບັດໜ້າທີ່ດ້ານການທະຫານປ້ອງກັນຊາດ ໃນໄລຍະ 6 ເດືອນ ຜ່ານມາ, ກຳນົດແຜນນະໂຍບາຍ ແລະ ໜ້າທີ່ໃນໄລຍະຈະມາເຖິງ. 
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top