• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບຕໍ່ສຸມກຳລັງຢ່າງສູງສຸດເຂົ້າໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19

      ເພື່ອບັນລຸໄດ້ປະສິດທິຜົນສູງກວ່າໃນວຽກງານປ້ອງກັນ, ຕ້ານໂລກລະບາດໃນສະພາບການທີ່ຮີບດ່ວນໃນປັດຈຸບັນ, ຄະນະປະຈຳຄະນະເລຂາສູນກາງພັກ ໄດ້ຮຽກຮ້ອງໃຫ້ທັງລະບົບການເມືອງ ຈົ່ງສືບຕໍ່ສຸມກຳລັງຢ່າງສູງສຸດເຂົ້າໃນວຽກງານປ້ອງກັນ, ຕ້ານໂລກລະບາດ, ຄະນະພັກ, ອົງການຈັດຕັ້ງພັກທຸກຂັ້ນ ບໍ່ໃຫ້ປ່ອຍປະລະເຫຼີງ, ປະໝາດ ແລະ ຂາດສະຕິລະວັງຕົວຢ່າງເດັດຂາດ. 
(ພາບປະກອບ: VOV)
      ວັນທີ 21 ກໍລະກົດ, ຄະນະປະຈໍາຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ໄດ້ປະກາດໃຊ້ໂທລະເລກກ່ຽວກັບການສືບຕໍ່ເພີ່ມທະວີວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ໃນໂທລະເລກໄດ້ເນັ້ນໜັກວ່າ ການແຜ່ລະບາດຂອງໂລກລະບາດໂຄວິດ - 19 ໃນຮອບທີ 4 ນີ້ ແມ່ນມີຂອບຂະໜາດໃຫຍ່, ລະດັບການແຜ່ລະບາດກໍໄວທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ ດ້ວຍການຜັນແປຢ່າງສັບສົນຢູ່ຫຼາຍທ້ອງຖິ່ນ ແລະ ຍາກທີ່ຈະຄາດຄະເນໜ່ວງໜ້າໄດ້. ເພື່ອບັນລຸໄດ້ປະສິດທິຜົນສູງກວ່າໃນວຽກງານປ້ອງກັນ, ຕ້ານໂລກລະບາດໃນສະພາບການທີ່ຮີບດ່ວນໃນປັດຈຸບັນ, ຄະນະປະຈຳຄະນະເລຂາສູນກາງພັກ ໄດ້ຮຽກຮ້ອງໃຫ້ທັງລະບົບການເມືອງ ຈົ່ງສືບຕໍ່ສຸມກຳລັງຢ່າງສູງສຸດເຂົ້າໃນວຽກງານປ້ອງກັນ, ຕ້ານໂລກລະບາດ, ຄະນະພັກ, ອົງການຈັດຕັ້ງພັກທຸກຂັ້ນ ບໍ່ໃຫ້ປ່ອຍປະລະເຫຼີງ, ປະໝາດ ແລະ ຂາດສະຕິລະວັງຕົວຢ່າງເດັດຂາດ. ສ້າງຄວາມເຫັນດີເຫັນພ້ອມໃນໝູ່ປະເຊາຊົນ, ຜັນຂະຫຍາຍບັນດາມາດຕະການປ້ອງກັນ, ສະກັດກັ້ນຢ່າງຄົບຊຸດ ດ້ວຍເນື້ອໃນຈິດໃຈເປັນເຈົ້າການ, ຂ້ຽວຂາດ, ມີໄຫວພິບ ແລະ ປະດິດຄິດສ້າງ; ປະຕິບັດບັນດາມາດຕະການຢ່າງເຂັ້ມງວດ ເພື່ອຄວບຄຸມໂລກລະບາດໄດ້ຢ່າງທັນການ ແລະ ມີປະສິດທິຜົນ, ບໍ່ປະໃຫ້ໂລກລະລາດແຜ່ລະບາດອອກສູ່ວົງກວ້າງ; ຜັນຂະຫຍາຍບັນດານະໂຍບາຍໜູນຊ່ວຍປະຊາຊົນ ແລະ ວິສາຫະກິດຢ່າງວ່ອງໄວ; ສະໜອງສິນຄ້າເຄື່ອງຂອງທີ່ຈຳເປັນ, ຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນ; ຊື້ປະກອບວັດຖຸອຸປະກອນຮັບໃຊ້ວຽກງານປ້ອງກັນ, ຕ້ານໂລກລະບາດ.  
(ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ, ລັດ ແລະ ລັດ​ຖະ​ບານ ຫວຽດ​ນາມ​ແມ່ນ​ພັດ​ທະ​ນາ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄ​ວາມ​ໝັ້ນ​ຄົງ, ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ ແລະ ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນຢ່າງ​ຄົບ​ຖ້ວນ.

Top