• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສິ້ນ​ສຸດ​ການ​ແຂ່ງ​ຂັນ​​ລົດ​ຖີບ ກັບເມືອ ດ້ຽນ​ບຽນ​ຝູ 2024

ຕອນບ່າຍວັນທີ 05 ພຶດສະພາ, ຢູ່ນະຄອນ ດ້ຽນບຽນຝູ (ແຂວງ ດ້ຽນບຽນ), ການແຂ່ງຂັນລົດຖີບ “ກັບເມືອ ດ້ຽນບຽນຝູ - 2024, ຊິງຂັນໜັງສືພິມກອງທັບປະຊາຊົນ” ໄດ້ສິ້ນສຸດລົງ ດ້ວຍໄຊຊະນະເປັນຂອງ ຟ້າມເລຊວັນລົກ, ອາຍຸ 19 ປີ ຂອງທິມກອງທັບເຂດ 7.
ຫງວຽນວັນບິ່ງ (ນະຄອນ ໂຮ່ຈີມິນ) ເປັນຜູ້ທຳອິດຮອດເສັ້ນໄຊ ໃນໄລຍະການແຂ່ງຂັນທີ 5 (ພາບ: qdnd.vn)

ການແຂ່ງຂັນລົດຖີບ “ກັບເມືອ ດ້ຽນບຽນຝູ - 2024, ຊິງຂັນໜັງສືພິມກອງທັບປະຊາຊົນ” ປີ 2024 ໄດ້ຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (07/05/1954 – 07/05/2024). ໄລຍະທາງການແຂ່ງຂັນຍາວ 525 km ຈາກນະຄອນຫຼວງ ຮ່າໂນ້ຍ ໄປຮອດ ນະຄອນ ດ້ຽນບຽນຝູ, ດ້ວຍ 5 ໄລຍະທາງການແຂ່ງຂັນ ທີ່ແກ່ຍາວແຕ່ວັນທີ 01 ພຶດສະພາ ຫາວັນທີ 05 ພຶດສະພາ ຈຶ່ງອັດລົງ. ຕາມທ່ານ ດວ່ານຊວັນໂບ້ ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນ ຫວຽດນາມ ແລ້ວ, ການແຂ່ງຂັນໄດ້ດຳເນີນໄປຢ່າງຈົບງາມ ເມື່ອໄດ້ຮັບກຳລັງໃຈຢ່າງລົ້ນເຫຼືອ ຈາກປະຊາຊົນບັນດາແຂວງເຂດທາງທິດຕາເວັນຕົກສ່ຽງເໜືອ ເມື່ອຄະນະນັກແຂ່ງຂັນຖີບລົດໄປຜ່ານ, ປຸກລຸກຄວາມເອກອ້າງທະນົງໃຈ ແລະ ຄຳນຶງເຖິງຂະບວນລົດຖີບ, ລຳລຽງສະບຽງອາຫານວິລະຊົນ ທີ່ໄດ້ເຂົ້າຮ່ວມບັ້ນຮົບປະຫວັດສາດ ດ້ຽນບຽນຝູ ກ່ອນນີ້ 70 ປີ. ການແຂ່ງຂັນກໍໄດ້ຮັບການສະໜັບສະໜູນຈາກຫຼາຍວິສາຫະກິດ, ຜ່ານນັ້ນ ກໍ່ໄດ້ສ້າງເປັນກອງທຶນທີ່ມີມູນຄ່າກວ່າ 10 ຕື້ດົ່ງ (400.000 USD) ເພື່ອແນໃສ່ປະກອບສ່ວນເຂົ້າໃນການເຄື່ອນໄຫວສັງຄົມເຂດທາງທິດຕາເວັນຕົກພາກເໜືອ.

“ການແຂ່ງຂັນບັນລຸໄດ້ເປົ້າໝາຍຄູ່, ນັ້ນແມ່ນໄວກວ່າ, ແຮງກວ່າດ້ານວິຊາສະເພາະ ແລະ ເລິກເຊິ່ງ, ມີປະສິດທິຜົນກວ່າ ທາງດ້ານສາຍຈິດມິດໃຈ”.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ຝ​ລັ່ງ ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ຊຸກ​ຍູ້​ການ​ຫັນ​ປ່ຽນ​ພ​ະ​ລັງ​ງານ

ຫວຽດ​ນາມ ແລະ ຝ​ລັ່ງ ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ຊຸກ​ຍູ້​ການ​ຫັນ​ປ່ຽນ​ພ​ະ​ລັງ​ງານ

ຕອນບ່າຍວັນທີ 17 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ໃຫ້ການຕ້ອນຮັບທ່ານນາງ Marie – Helene Loison, ຮອງຜູ້ອຳນວຍການໃຫຍ່ອົງການພັດທະນາ ຝລັ່ງ (AFD).

Top