• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສິງກະໂປ ຢາກຍູ້ແຮງການພົວພັນຮ່ວມມືຫລາຍດ້ານກັບ ຫວຽດນາມ

      ການນຳ ສິງກະໂປ ໄດ້ເນັ້ນໜັກເຖິງຄວາມປາດຖະໜາຢາກຍູ້ແຮງການພົວພັນຮ່ວມມືຫລາຍດ້ານກັບ ຫວຽດນາມ, ກໍ່ຄືສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບ ຫວຽດນາມ ຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ,

ທ່ານ ຟານດິ່ງຈາກ, ຫົວໜ້າຄະນະວຽກງານການເມືອງພາຍໃນສູນກາງພັກ ແລະ ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ (ພາບ: TTXVN)
      ໂດຍໄດ້ຮັບຄຳເຊີນຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ສິງກະໂປ Vivian Balakrishman, ໃນລະຫວ່າງວັນທີ 17 – 22 ກຸມພາ, ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ນຳໂດຍທ່ານ ຟານດິ່ງຈາກ, ຫົວໜ້າຄະນະວຽກງານການເມືອງພາຍໃນສູນກາງພັກ, ຮອງຫົວໜ້າຄະນະປະຈຳຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ຮອງຫົວໜ້າຄະນະປະຈຳຄະນະຊີ້ນຳສູນກາງກ່ຽວກັບການປະຕິຮູບຍຸຕິທຳ, ເປັນຫົວໜ້າຄະນະໄປຢ້ຽມຢາມ ສິງກະໂປ ຕາມລາຍການ “ເປັນເພື່ອນມິດຂອງ S R Nathan”.
       ທີ່ການເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ, ທ່ານຮອງນາຍົກລັດຖະມົນຕີ ຫວາງຖຸຍກຽດ ແລະ ບັນດາການນຳຕ່າງໆຂອງ ສິງກະໂປ. ການນຳ ສິງກະໂປ ໄດ້ເນັ້ນໜັກເຖິງຄວາມປາດຖະໜາຢາກຍູ້ແຮງການພົວພັນຮ່ວມມືຫລາຍດ້ານກັບ ຫວຽດນາມ, ກໍ່ຄືສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບ ຫວຽດນາມ ຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ແນໃສ່ເພີ່ມທະວີການຮ່ວມມືໃນ ອາຊຽນ ແລະ ຮ່ວມແຮງຮ່ວມໃຈກັນຮັບມືຕໍ່ບັນດາສິ່ງທ້າທາຍ ແລະ ແກ້ໄຂບັນດາບັນຫາພາກພື້ນໃນປັດຈຸບັນ.
        ສ່ວນທ່ານ ຟານດິ່ງຈາກ ປາດຖະໜາຢາກສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດກັບ ສິງກະໂປ ໃຫ້ນັບມື້ນັບພັດທະນາຢ່າງແຮງ, ຮອບດ້ານ ແລະ ມີປະສິດທິຜົນໃນທຸກຂົງເຂດຄື: ດ້ານການເມືອງ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ…; ທ່ານ ຟານດິ່ງຈາກ ກໍ່ສະເໜີໃຫ້ 2 ຝ່າຍຜັນຂະຫຍາຍບັນດາຂໍ້ຕົກລົງ ແລະ ກົນໄກຮ່ວມມືທີ່ມີຢູ່ແລ້ວໃຫ້ເປັນຢ່າງດີ, ຊຸກຍູ້ການພົວພັນຮ່ວມມືທຸກຊ່ອງທາງພັກ, ລັດ ແລະ ປະຊາຊົນ.
        ທີ່ບັນດາການພົບປະແລກປ່ຽນ, 2 ຝ່າຍກໍ່ແບ່ງປັນບັນດາທັດສະນະກ່ຽວກັບສະພາບການຂອງພາກພື້ນ ແລະ ສາກົນໃນປັດຈຸບັນ.
 (ແຫຼ່ງຄັດຈາກ VOV)
 

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top