ຂ່າວສານ
ສຳເລັດການຮັບເອົາຄຳເຫັນຂອງປະຊາຊົນກ່ຽວກັບການປັບປຸງລັດຖະທຳມະນູນ: ໝາກຜົນຂອງການເສີມຂະຫຍາຍປະຊາທິປະໄຕ
ກ່ອນນີ້ 1 ເດືອນ (ວັນທີ 6 ພຶດສະພາ), ຮ່າງມະຕິປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນປີ 2013 ໄດ້ຮັບການປະກາດ ແລະ ຮັບເອົາຄຳເຫັນປະກອບຈາກປະຊາຊົນຢ່າງກວ້າງຂວາງ.
ເລ່ືອງປັບປຸງລັດຖະທຳມະນູນປີ 2013 ແມ່ນບາດກ້າວເດີນທີ່ມີລັກສະນະສ້າງສັນລະບອບລະບຽບການດ້ານບໍລິຫານຢ່າງເຂັ້ມແຂງ: ຫັນໄປຍັງຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ, ສ້າງກົງຈັກໃຫ້ກະທັດລັດ, ສັບຊ້ອນອົງການຈັດຕັ້ງການເມືອງ ສັງຄົມ ແລະ ພິເສດ ແມ່ນຫັນລະບອບລະບຽບການສິດເປັນເຈົ້າຂອງປະຊາຊົນຢ່າງແຮງ.
ຕາມບົດລາຍງາານຂອງລັດຖະບານ, ບັນດາອົງການຈັດຕັ້ງໃນທົ່ວປະເທດ ໄດ້ຈັດຫລາຍກວ່າ 280.000 ກອງປະຊຸມຜັນຂະຫຍາຍ, ຊາບຊຶມ ແລະ ບັນດາກອງປະຊຸມ, ກອງປະຊຸມສຳມະນາ, ການໂອ້ລົມສົນທະນາຮັບເອົາຄຳເຫັນປະກອບໃສ່ຮ່າງມະຕິ; ຫລາຍທ້ອງຖິ່ນໄດ້ສ້າງບັນດາບັນຊີທີ່ຢູ່ລະອຽດເພື່ອຮັບເອົາຄຳເຫັນປະກອບຂອງປະຊາຊົນຈາກຫລາຍແຫລ່ງແຕກຕ່າງກັນ.
ບາງທ້ອງຖິ່ນໄດ້ສ້າງລາຍການ ດ້ວຍຮູບການທາງອອນລາຍ ປະຊາຊົນປະຕິບັດການປະກອບຄຳເຫັນຜ່ານ Google Form ແລະ ອີເມວ, ພິເສດ ແມ່ນຮັບເອົາຄຳເຫັນຂອງປະຊາຊົນຜ່ານ ແອັບ VNeID. ພຽງໃນເວລາເກືອບ 1 ເດືອນ, ໄດ້ມີກວ່າ 20 ລ້ານເທື່ອຄົນເຂົ້າຮ່ວມການປະກອບຄຳເຫັນໂດຍກົງຜ່ານ ແອັບ VNeID. ປະຊາຊົນຜູ້ຫນຶ່ງຢູ່ແຂວງ ກວ໋າງນີງ ແບ່ງປັນວ່າ:
“ເນື້ອໃນທັງໝົດລ້ວນແຕ່ໄດ້ຮຽບຮຽງຄົບແລ້ວເຮົາພຽງໝາຍໃສ່ ພາຍຫລັງທີ່ໄດ້ຕື່ມຂໍ້ມູນຄົບຖ້ວນ. ເຮັດແບບນີ້ແມ່ນວ່ອງໄວ ແລະ ງ່າຍດາຍ. ພວກຂ້າພະເຈົ້າກໍ່ຮັບຮູ້ວ່າ ນີ້ແມ່ນຫນ້າທີ່ດ້ານການເມືອງທີ່ສຳຄັນ. ປະຊາຊົນສ່ວນຫລາຍ ປະຈຸບັນ ລ້ວນແຕ່ນຳໃຊ້ Smartphone ບໍ່ຕ້ອງໄປໃສແຕ່ກໍ່ສາມາດປະຕິບັດໂດຍກົງໄດ້”
ສະແດງໃຫ້ເຫັນຄວາມສາມັກຄີ, ຄວາມຕັດສິນໃຈໃນການປະຕິບັດບັນດາບຸກທະລຸກ່ຽວກັບລະບອບລະບຽບການຢ່າງມີປະສິດທິຜົນ
ບັນດາຄຳເຫັນປະກອບໃສ່ຮ່າງມະຕິປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນປີ 2013 ບໍ່ຈຳກັດໃນຂອບເຂດບໍລິຫານ - ນິຕິກຳ ຫາກໄດ້ດຳເນີນນັບແຕ່ການຈັດຕັ້ງກົງຈັກລັດ, ສິດ ແລະ ພັນທະຂອງພົນລະເມືອງ ຕະຫລອດຮອດລະບອບເສດຖະກິດ, ນະໂຍບາຍກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ, ການຫັນເປັນດິຈິຕອນ.. ປັບປຸງໂຄງຮ່າງການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ຕາມທິດໃກ້ຊິດຕິດແທດກັບປະຊາຊົນ, ຮັບໃຊ້ປະຊາຊົນໃຫ້ດີກວ່າ. ທ່ານ ຫງວຽນມິງຮ່ວາ ຢູ່ ແຂວງ ດັກລັກ ສະແດງຄຳເຫັນວ່າ:
“ການປັບປຸງລັດຖະທຳມະນູນປີ 2013 ຄັ້ງນີ້ ຂ້າພະເຈົ້າ ແລະ ພໍ່ແມ່ປະຊາຊົນມີຄວາມສົນໃຈທີ່ສຸດ ເພື່ອໃຫ້ບົນພື້ນຖານແຜນນະໂຍບາຍອັນຍາວນານຂອງພັກ, ລັດ ກ່ຽວກັບການໂຮມບາງແຂວງເຂົ້າກັນ, ລົບລ້າງຂັ້ນເມືອງ, ໂຮມຕາແສງ ເພື່ອແນໃສ່ຫລຸດຜ່ອນການຄຸ້ມຄອງດ້ານບໍລິຫານ ແມ່ນແຜນນະໂຍບາຍໃຫຍ່. ຂ້າພະເຈົ້າເຫັນດີນຳ”
ບັນດາຄຳເຫັນປະກອບຢ່າງສຸດຈິດສຸດໃຈ, ມີຄວາມຮັບຜິດຊອບຂອງປະຊາຊົນ ໂດຍໄດ້ເຕົ້າໂຮມຢ່າງຄົບຖ້ວນ ເພື່ອເປັນພື້ນຖານເຮັດສຳເລັດຮ່າງມະຕິປັບປຸງ, ເພີ່ມເຕີມ ບາງມາດຕາຂອງລັດຖະທຳມະນູນປີ 2013 ກ່ອນທີ່ຍື່ນສະເຫນີຕໍ່ສະພາແຫ່ງຊາດພິຈາລະນາ, ຮັບຮອງເອົາ. ທ່ານ ຮ່ວາງກົງຖູຍ ຮອງປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໃຫ້ຮູ້ວ່າ:
“ຄຳເຫັນປະກອບສ່ວນຫລາຍແມ່ນສະແດງໃຫ້ເຫັນຄວາມເປັນເອກະພາບສູງ ກ່ຽວກັບຄວາມຈຳເປັນໃນການປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນປີ 2013 ແລະ ປາດຖະຫນາຢາກໃຫ້ມີຈຸດໃຫມ່ໃນຮ່າງມະຕິປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນ ຈະຮັບໃຊ້ໃຫ້ແຜນນະໂຍບາຍສ້າງອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ”
ການຮັບເອົາຄຳເຫັນປະກອບໃສ່ຮ່າງມະຕິປັບປຸງລັດຖະທຳມະນູນປີ 2013 ໄດ້ກາຍເປັນບັ້ນດຳເນີນຊີວິດການເມືອງອັນເລິກເຊິ່ງກວ້າງຂວາງ, ສ້າງພື້ນຖານ, ທ່ວງທ່າສະແດງໃຫ້ເຫັນຄວາມສາມັກຄີ, ຄວາມຕັດສິນໃຈໃນການປະຕິບັດບັນດາບຸກທະລຸກ່ຽວກັບລະບອບລະບຽບການນຳປະເທດຊາດໃຫ້ພັດທະນາຢ່າງມີປະສິດທິຜົນ.
ໝາກຜົນນີ້ ອີກຄັ້ງຫນຶ່ງຢັ້ງຢືນແຜນນະໂຍບາຍປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນປີ 2013 ສ່ອງແສງໃຫ້ເຫັນຄວາມເຫັນດີ, ເປັນເອກະພາບສູງຂອງປະຊາຊົນທຸກຊັ້ນວັນນະ, ທຸກຂະແຫນງການ, ທຸກຂັ້ນ, ທ້ອງຖິ່ນຕ່າງໆ. ພ້ອມທັງແມ່ນບົດຮຽນທີ່ດີເພື່ອໃຫ້ ຫວຽດນາມສືບຕໍ່ເສີມຂະຫຍາຍປະຊາທິປະໄຕ ແລະ ການເຂົ້າຮ່ວມຂອງປະຊາຊົນທຸກຊັ້ນວັນນະໃນການສ້າງນະໂຍບາຍ, ກົດໝາຍໃນໄລຍະຈະມາເຖິງ.