• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສາ​ນ​ອວຍ​ພອນ 75 ປີ​ແຫ່ງວັນ​ຊາດ ຈີນ

ບັນດາການນຳພັກ, ລັດ ຫວຽດນາມ ໄດ້ເນັ້ນໜັກວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ມີທັດສະນະສະເໝີຕົ້ນສະເໝີປາຍ ກຳນົດການເພີ່ມທະວີ ແລະ ພັດທະນາການພົວພັນທີ່ເປັນປົກກະຕິ, ປອດໃສ, ມິດຕະພາບການຮ່ວມມືກັບຈີນ ແມ່ນການຄັດເລືອກຍຸດທະສາດ.

ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີ ແຫ່ງວັນສ້າງຕັ້ງປະເທດ ສປ. ຈີນ (1 ຕຸລາ 1949 – 1 ຕຸລາ 2024), ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ສສ.ຫວຽດນາມ ໂຕເລິມ ໄດ້ສົ່ງສານອວຍພອນໄປຍັງທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ປະທານປະເທດ ສປ.ຈີນ Xi Jinping; ພ້ອມທັງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ກໍ່ໄດ້ສົ່ງສານອວຍພອນເຖິງທ່ານນາຍົກລັດຖະມົນຕີ ຈີນ Li Qiang, ທ່ານ Zhao Leji  ກຳມະການໃຫຍ່ ຄະນະປະຈຳ ສະພາຜູ້ແທນປະຊາຊົນແຫ່ງຊາດຈີນ.

ໃນສານ, ບັນດາການນຳພັກ, ລັດ ຫວຽດນາມ ໄດ້ເນັ້ນໜັກວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ມີທັດສະນະສະເໝີຕົ້ນສະເໝີປາຍ ກຳນົດການເພີ່ມທະວີ ແລະ ພັດທະນາການພົວພັນທີ່ເປັນປົກກະຕິ, ປອດໃສ, ມິດຕະພາບການຮ່ວມມືກັບຈີນ ແມ່ນການຄັດເລືອກຍຸດທະສາດ, ໃຫ້ບຸລິມະສິດແຖວໜ້າຕາມແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນການຕ່າງປະເທດຂອງຫວຽດນາມ ເປັນຫຼາຍຮູບຫຼາຍແບບ ແລະ ເປັນຫຼາຍຝ່າຍ, ຢັ້ງຢືນພ້ອມແລ້ວທີ່ຈະ ພ້ອມກັບການນຳຂັ້ນສູງຈີນ ຮັກສາການແລກປ່ຽນເປັນປະຈຳ, ເພີ່ມທະວີການກຳນົດທິດຍຸດທະສາດໃຫ້ແກ່ການພົວພັນສອງຝ່າຍຕາມຄວາມຮັບຮູ້ລວມຂັ້ນສູງ, ເພີ່ມພຸນຄຸນສ້າງ, ປັບປຸງນ້ຳໃຈມິດຕະພາບທີ່ເປັນມູນເຊື້ອລະຫວ່ງສອງພັກ, ສອງລັດ ຢ່າງບໍ່ຢຸດຢັ້ງ, ຍົກສູງຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດ, ສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນໃຫ້ມີການພັດທະນາຢ່າງບໍ່ຢຸດຢັ້ງ ເຂົ້າສູ່ລວງເລິກ ແລະ ນັບມື້ນັບແທດຈິງ, ມີປະສິດທິຜົນ, ເພື່ອຜົນປະໂຫຍດຢ່າງແທດຈິງຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຂອງພາກພື້ນ ແລະ ໂລກ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ມົງ​ໂກ​ນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ມົງ​ໂກ​ນ

ຫວຽດນາມ ແລະ ມົງໂກນ ໄດ້ສ້າງຕັ້ງການພົວພັນທາງການທູດນັບແຕ່ວັນທີ 17 ພະຈິກ 1954. ມົງໂກລີ ແມ່ນໜຶ່ງໃນບັນດາປະເທດສ້າງການພົວພັນທາງການທູດກັບ ຫວຽດນາມ ໄວກ່່ອນໝູ່ ແລະ ຫວຽດນາມ ແມ່ນປະເທດທຳອິດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ທີ່ມົງໂກລີ ສ້າງຕັ້ງການພົວພັນທາງການທູດ.

Top