ຂ່າວສານ
ສານອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບຄົບຮອບ 51 ປີ
ເນື້ອໃນຂອງສານມີຕອນຂຽນວ່າ: “ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງຕໍ່ບັນດາຜົນງານອັນຍິ່ງໃຫຍ່, ຮອບດ້ານ, ມີຄວາມໝາຍປະຫວັດສາດເຊິ່ງພັກກອມມູນິດ ຫວຽດນາມ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງຍາດມາໄດ້ໃນໄລຍະຜ່ານມາ, ໂດຍສະເພາະແມ່ນພາຍຫຼັງ 40 ປີແຫ່ງວັນປ່ຽນແປງໃໝ່, ທີ່ຕັ້ງບົດບາດຂອງ ຫວຽດນາມ ນັບມື້ນັບໄດ້ຮັບການຍົກສູງຂຶ້ນໃນພາກພື້ນ ແລະ ໃນໂລກ. ພວກຂ້າພະເຈົ້າເຊື່ອໝັ້ນຢ່າງແນວແນ່ວ່າ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສ ແລະ ຄ່ອງແຄວ້ຂອງພັກກອມມູນິດ ຫວຽດນາມ ໂດຍທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ນຳໜ້າ, ປະຊາຊົນ ຫວຽດນາມ ອ້າຍນ້ອງ ຈະປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກຢ່າງມີໄຊ, ສ້າງພື້ນຖານອັນໝັ້ນແກ່ນເພື່ອໃຫ້ປະເທດ ຫວຽດນາມ ພັດທະນາຢ່າງແຮງ, ກ້າວເຂົ້າສູ່ສັງກາດໃໝ່ ແລະ ປະຕິບັດສຳເລັດ 2 ເປົ້າໝາຍຍຸດທະສາດ 100 ປີ ຂອງປະເທດຊາດ”.
ເນື່ອງໃນໂອກາດນີ້, ທ່ານ ບຸນເຫຼືອ ພັນດານຸວົງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດ ລາວ ໄດ້ສົ່ງຈົດໝາຍອວຍພອນເຖິງທ່ານ ເລຮວ່າຍຈູງ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ.







