• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສານອວຍ​ພອນ​ການ​ນຳ​ຂັ້ນ​ສູງ ຂອງ​ລາວ

ໃນສານອວຍພອນ, ບັນດາການນຳ ຫວຽດນາມ ຢັ້ງຢືນວ່າການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອດບ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ - ລາວ ແມ່ນຊັບສິນລວມອັນລ້ຳຄ່າໂດຍການນຳລຸ້ນຕ່າງໆ ແລະ ປະຊາຊົນສອງປະເທດອອກເຫື່ອເທແຮງເພີ່ມພູມຄູນສ້າງ.
  ກອງປະຊຸມຄັ້ງປະຖົມມະເລິກຂອງສະພາແຫ່ງຊາດຊຸດທີ X ຂອງປະເທດສປປ.ລາວ (ພາບ: TTXVN)  
ວັນທີ 23 ມີນາ 2026, ເນື່ອງໃນໂອກາດກອງປະຊຸມຄັ້ງປະຖົມມະເລິກຂອງສະພາແຫ່ງຊາດຊຸດທີ X ຂອງປະເທດສປປ.ລາວ ເລືອກຕັ້ງທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ຮັບດຳລົງຕຳແໜ່ງເປັນປະທານປະເທດ, ທ່ານສອນໄຊ ສີພັນດອນ ຮັບດຳລົງຕຳແໜ່ງນາຍົກລັດຖະມົນຕີ, ທ່ານ ໄຊສົມພອນ ພົມວິຫານ ດຳລົງຕຳແໜ່ງປະທານສະພາແຫ່ງຊາດ ແລະ ທ່ານນາງ ວຽງທອງ ສີພັນດອນດຳລົງຕຳແໜ່ງ ຮອງປະທານປະເທດ; ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະ ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ໄດ້ສົ່ງສານອວຍພອນໄປຍັງບັນດາການນຳຂັ້ນສູງຂອງ ລາວ. ໃນສານອວຍພອນ, ບັນດາການນຳ ຫວຽດນາມ ຢັ້ງຢືນວ່າການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອດບ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ - ລາວ ແມ່ນຊັບສິນລວມອັນລ້ຳຄ່າໂດຍການນຳລຸ້ນຕ່າງໆ ແລະ ປະຊາຊົນສອງປະເທດອອກເຫື່ອເທແຮງເພີ່ມພູມຄູນສ້າງ, ພ້ອມທັງນັ້ນໜັກວ່າຈະສືບຕໍ່ປະສານສົມທົບກັບບັນດາການນຳລາວຢ່າງແໜ້ນແຟ້ນເພື່ອປັບປຸງ, ພັດທະນາການພົວພັນແບບພິເສດຫວຽດນາມ - ລາວຢ່າງບໍ່ຢຸດຢັ້ງ, ຜ່ານນັ້ນປະກອບສ່ວນເຂົ້າສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ແລະ ໂລກ.

(ແຫຼ່ງຄັດຈາກ VOV)

ລາວ ​ໄຂ​ກອງ​ປະ​ຊຸມ​ຄັ້ງ​ປະ​ຖົ​ມ​ມະ​ເລິກ​ສະ​ພາ​ແຫ່ງ​ຊາດ​ສະ​ໄໝ​ທີ X

ລາວ ​ໄຂ​ກອງ​ປະ​ຊຸມ​ຄັ້ງ​ປະ​ຖົ​ມ​ມະ​ເລິກ​ສະ​ພາ​ແຫ່ງ​ຊາດ​ສະ​ໄໝ​ທີ X

ໃນຂອບເຂດວາລະໄຂ, ກອງປະຊຸມຄັ້ງປະຖົມມະເລິກສະພາແຫ່ງຊາດຊຸດທີ X ຂອງລາວໄດ້ເລືອກເອົາທ່ານ ໄຊສົມພອນ ພົວວິຫານ, ອະດີດປະທານສະພາແຫ່ງຊາດຊຸດທີ IX ເປັນປະທານສະພາແຫ່ງຊາດຊຸດທີ X, ທ່ານ ສອນໄຊ ສີພັນດອນ ອະດີດນາຍົກລັດຖະມົນຕີ ຊຸດທີ IX, ເປັນນາຍົກລັດຖະມົນຕີຊຸດທີ X.

Top