• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ກອງ​ປະ​ຊຸມ​ຄັ້​ງທີ 2 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ສະ​ໄໝທີ XIV

ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າເນື້ອໃນກອງປະຊຸມຕ້ອງແກ້ໄຂຫຼາຍຢ່າງ, ໃນວົງກວ້າງ, ຍາກທີ່ສຸດ, ລ້ວນແຕ່ແມ່ນວຽກງານຕ້ອງເຮັດໃນທັນທີ, ບໍ່ອາດຊັກຊ້າ.
  ໄຂກອງປະຊຸມຄັ້ງທີ 2 ຄະນະບໍລິຫານງານສູນກາງພັກສະໄໝທີ XIV (ພາບ: TTXVN)  

ກອງປະຊຸມຄັ້ງທີ 2 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ສະໄໝທີ XIV ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 23 ມີນາ, ຢູ່ນະຄອນຫຼວງ ຮ່າໂນ້ຍ. ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ເປັນປະທານກອງປະຊຸມ.

  ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)  

ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າເນື້ອໃນກອງປະຊຸມຕ້ອງແກ້ໄຂຫຼາຍຢ່າງ, ໃນວົງກວ້າງ, ຍາກທີ່ສຸດ, ລ້ວນແຕ່ແມ່ນວຽກງານຕ້ອງເຮັດໃນທັນທີ, ບໍ່ອາດຊັກຊ້າ. ໃນນັ້ນ, ກອງປະຊຸມຈະປຶກສາຫາລືກ່ຽວກັບໂຄງການດຳເນີນງານທັງສະໄໝຂອງຄະນະບໍລິຫານງານສູນກາງພັກສະໄໝທີ XIV, ກົດລະບຽບການເຮັດວຽກຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາສູນກາງພັກ; ຂໍ້ກຳນົດປະຕິບັດຕາມຂໍ້ກຳນົດຂອງພັກ; ຂໍ້ກຳນົດກ່ຽວກັບວຽກງານກວດກາ, ຕິດຕາມກວດກາ, ການປະຕິບັດລະບຽບວິໄນ; ກົດລະບຽບການເຮັດວຽກຂອງຄະນະກຳມະການກວດກາສູນກາງພັກ… ທ່ານເລຂາທິການໃຫຍ່ໂຕເລິມຊີ້ແຈ້ງວ່າ:

ກອງປະຊຸມຄັ້ງນີ້ພິຈາລະນາ, ປຶກສາຫາລືແລະ ຕັດສິນຫຼາຍເນື້ອໃນສຳຄັນພິເສດ, ມີຄວາມໝາຍພື້ນຖານຕໍ່ໜ້າທີ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກຢ່າງມີໄຊ, ກ່ຽວຂ້ອງໂດຍກົງເຖິງຄຸນນະພາບຂອງການນຳພາ, ກຳອຳນາດ ແລະ ກຳລັງແຮງຕໍ່ສູ້ຂອງພັກ; ກ່ຽວກັບຜົນບັງຄັບໃຊ້, ປະສິດທິຜົນໃນການເຄື່ອນໄຫວຂອງທົ່ວລະບົບການເມືອງ, ກ່ຽວກັບການພັດທະນາໂດຍໄວ, ຍືນຍົງຂອງປະເທດຊາດໃນໄລຍະ 2026 – 2031 ແລະ ຊຸມປີຕໍ່ໄປ.

ຄາດວ່າກອງປະຊຸມເຮັດວຽກຮອດວັນທີ 27 ມີນາ 2026ເຊິ່ງອັດລົງ.

(ແຫຼ່ງຄັດຈາກ VOV)

ລາວ ​ໄຂ​ກອງ​ປະ​ຊຸມ​ຄັ້ງ​ປະ​ຖົ​ມ​ມະ​ເລິກ​ສະ​ພາ​ແຫ່ງ​ຊາດ​ສະ​ໄໝ​ທີ X

ລາວ ​ໄຂ​ກອງ​ປະ​ຊຸມ​ຄັ້ງ​ປະ​ຖົ​ມ​ມະ​ເລິກ​ສະ​ພາ​ແຫ່ງ​ຊາດ​ສະ​ໄໝ​ທີ X

ໃນຂອບເຂດວາລະໄຂ, ກອງປະຊຸມຄັ້ງປະຖົມມະເລິກສະພາແຫ່ງຊາດຊຸດທີ X ຂອງລາວໄດ້ເລືອກເອົາທ່ານ ໄຊສົມພອນ ພົວວິຫານ, ອະດີດປະທານສະພາແຫ່ງຊາດຊຸດທີ IX ເປັນປະທານສະພາແຫ່ງຊາດຊຸດທີ X, ທ່ານ ສອນໄຊ ສີພັນດອນ ອະດີດນາຍົກລັດຖະມົນຕີ ຊຸດທີ IX, ເປັນນາຍົກລັດຖະມົນຕີຊຸດທີ X.

Top