• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສານສະຫະພັນສະຫະພັນລັດເຊຍຂອງປະທານາທິບໍດີລັດເຊຍ V.Putin


ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Vladimir Putin
(ພາບ: AFP/TTXVN)
      ເວ​ລາ 12 ໂນງ (ຕາມ​ເວ​ລາ​ມົດ​ສະ​ກູ) ວັນ​ທີ 01/12, ຢູ່​ວັງ Kremlin, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Vladimir Putin ເລີ່ມ​ຕົ້ນ​ອ່ານ​ສານ​ສະ​ຫະ​​ພັນ​ປະ​ຈຳ​ປີ ຕໍ່​ໜ້າ​ 2 ສະ​ພາ​ຄື: ສະ​ພາ​ສະ​ຫະ​ພັນ ແລະ ສະ​ພາດູ​ມາ​ແຫ່ງ​ຊາດ. ນີ້​ແມ່ນ​ສານ​ສະ​ຫະ​​ພັນ​ຄັ້ງ​ທີ 23 ໃນ​ປະ​ຫວັດ​ສາດ​ທັນ​ສະ​ໄໝ​ຂອງ​ປະ​ເທດ​ລັ​ດ​ເຊຍ ແລະ ສານ​ສະ​ຫະ​ພັນ​ຄັ້ງ​ທີ 13 ຂອງ​ທ່ານ Putin. ບັນ​ດາ​ບັນ​ຫາ​ເສດ​ຖະ​ກິດ​ສັງ​ຄົມ ແລະ ນະ​ໂຍ​ບາຍ​ພົວ​ພັນ​ພາຍ​ໃນ​ປະ​ເທດ ໄດ້​ຮັບ​​ຄວາມ​ເອົາ​ໃຈ​ໃສ່​ຈາກ​ທ່ານປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ Vladimir Putin. ທ່ານປະ​ທາ​ນາ​ທິ​ບໍ​ດີ​ Putin ໄດ້​ຮັບ​ຮອງ​​ເອົາ​ບັນ​ດາ​ຜົນ​ງານ​ເປັນ​ພິ​ເສດເຊິ່ງ​ບັນ​ດາ​ຂະ​ແໜງ​ເສດ​ຖະ​ກິດ​ພາຍ​ໃນ​ປະ​ເທດ​ບັນ​ລຸ​ໄດ້ ໃນ​ສະ​ພາບ​ລັດ​ເຊຍ ພວມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຈາກ​ພາຍນອກ​ຄື ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ຂອງ​ຝ່າຍ​ຕາ​ເວັນ​ຕົກ, ລາ​ຄາ​ນ້ຳ​ມັນ​ຫຼຸດ​ລົງ​. ຜົນ​ງານ​ດ້ານ​ກະ​ສິ​ກຳ​ລັດ​ເຊຍ ໄດ້​ຮັບ​ຮູ້​ເປັນ​ພິ​ເສດ. ນອກນັ້ນ, ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດກໍ​ໄດ້​ເພີ່ມ​ສະ​ມັດ​ຕະ​ພາບ ການອ​ອກ​ແຮງ​ງານ​​ຫຼາຍ​ພໍ​ສົມ​ຄວນ.
        ກ່ຽວ​ກັບ​ການ​ຕ້ານກໍ່​ການ​ຮ້າຍ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຢືນ​ຢັນ​ວ່າ ຈະ​ສືບ​ຕໍ່​ຕ້ານ​ລັດ​ທິ​ກໍ​ການ​ຮ້າຍ​ທັງ​ຢູ່​ພາຍ​ໃນ​ປະ​ເທດ. ກ່ຽວ​ກັບ​ການ​ພົວ​ພັນ​ກັບ​ສາ​ກົນ, ລັດ​ເຊຍ ຢືນ​ຢັນ ພ້ອມ​ແລ້ວ​ທີ່​ຈະ​ເຈ​ລະ​ຈາ​ສ້າງ​ຕັ້ງ​ລະ​ບົບ​ການ​ພົວ​ພັນ​ກັບ​ສາ​ກົນ​ຢ່າງ​ໝັ້ນ​ຄົງ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Putin ຫວັງ​ວ່າ​ຈະ​ບັນ​ລຸ​ບາດ​ກ້າວ​ທີ່​ມີ​ຄຸນ​ນະ​ພາບ​ໃນ​ການ​ພົວ​ພັນ​ກັບ​ຍີ່​ປຸ່ນ, ຊົມ​ເຊີຍ​ເລື່ອງ​ການ​ນຳ​ປະ​ເທດນີ້​ຢາກ​ພັດ​ທະ​ນາ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ກັບ​ລັດ​ເຊຍ. ມົດ​ສະ​ກູ ກໍ​ຢືນ​ຢັນ​ພ້ອມ​ແລ້ວ​ທີ່​ຈະ​ພັດ​ທະ​ນາ​ການ​ພົວ​ພັນ​ກັບ​ອຳ​ນາດ​ການ​ປົກ​ຄອງ​ໃໝ່​ຂອງ​ອາ​ເມ​ລິ​ກາ, ລວມ​ທັງ​ການ​ຫັນ​ການ​ພົວ​ພັນ​ເປັນ​ປົ​ກ​ກະ​ຕິ ແລະ ເລີ່ມ​ສ້າງ​ການ​ພົວ​ພັນ 2 ຝ່າຍ​ບົນ​ພື້ນ​ຖານ​ສະ​ເໜີ​ພາບ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.
        ກ່ຽວ​ກັບ​ທິດ​ທາງ​ມຸ່ງ​ໄປ​ເຖິງ​ທິດຕາ​ເວັນ​ອອກ​ ແລະ ການ​ພົວ​ພ​ັນ​ກັບ​ຈີນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Putin ​ໃຫ້​ຮູ້​​ວ່າ, ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອ​ບ​ດ້ານ​ລັດ​ເຊຍ - ຈີນ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໃຈ​ຮັບ​ປະ​ກັນ​ຄວາ​ມ​ໝັ້ນ​ຄົງ​ທົ່ວ​ໂລກ ແລະ ພາກ​ພື້ນ.
        ການ​ພົວ​ພັນ​ກັບ​ອີນ​ເດຍ ເຊິ່ງ​ໄດ້​ຮັບ​ການ​ຕີ​ລາ​ຄາ​ຈາກ​ການ​ນຳ​ລັດ​ເຊຍ ແມ່ນ​ການ​ພົວ​ພັນ​ພິ​ເສ​ດ​ ແລະ ຮັບບຸ​ລິ​ມະ​ສິດ. ບັນ​ດາ​ບັນ​ຫາ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ​ເຊິ່ງ​ລັດ​ເຊຍ ປະ​ເຊີນ​ໜ້າ​ຫວ່າງມໍ່​ໆ​ມານີ້​ກໍ​ໄດ້​ຮັບ​ການ​ເຕື້ອງ​ເຖິງ​ຈາກ​ທ່ານ Putin​ຄື: ຄວາມ​ເສ​ລີ​​ໃນ​ການປາກ​ເວົ້າ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ພັດ​ທະ​ນາ​ສາ​ທາ​ສະ​ນະ​ສຸກ… ທ່ານ​ປະ​ທາ​ນາ​ທິ​ບໍ​ດີລັດ​ເຊຍ ໄດ້​ສິ້ນ​ສຸດ​ສານ​ສະ​ຫະ​​ພັນ 2016 ດ​້ວຍ​ຄຳ​ຮຽກ​ຮ້ອງ​ປະ​ຊາ​ຊົນ​ທຸກ​ຊັ້ນ​ຄົນ ພ້ອມ​ກັນ​ເປັນ​ເອ​ກະ​ພາບ​ມາ​ນະ​ພະ​ຍາ​ຍາມ “ອະ​ນາ​ຄົດ​ຂອງ​ປະ​ເທດ​ຊາດ​ອີງ​ໃສ່​ປະ​ຊາ​ຊົນ​ທຸກໆ​ຄົນ”.
(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top