• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສາຍ​ພົວ​ພັນ​ລະ​ຫວ່າງ St. Petersburg ແລະ ນະ​ຄອນ ໂຮ່​ຈີ​ມິນ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຈຸດ​ເດັ່ນ​ໃນ​ສາຍ​ພົວ​ພັນ​ ລັດ​ເຊຍ - ຫວຽດ​ນາມ

ຕອນບ່າຍວັນທີ 17 ກຸມພາ, ຢູ່ສຳນັກງານສະຖານທູດ ຫວຽດນາມ ປະຈຳ ນະຄອນຫຼວງ ມົດສະກູ, ທ່ານ ດັ້ງມິງຄອຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລັດເຊຍ ໄດ້ໃຫ້ການຕ້ອນຮັບທ່ານ Evgeny Grigoriev, ປະທານຄະນະກຳມະການການຕ່າງປະເທດນະຄອນ St. Petersburg ຢ່າງສະໜິດສະໜົມ ເນື່ອງໃນໂອກາດຕົ້ນລະດູບານໃໝ່ປີມະເມຍ 2026.
ທ່ານ ດັ້ງມິງຄອຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລັດເຊຍ ແລະ ທ່ານ Evgeny Grigoriev, ປະທານຄະນະກຳມະການການຕ່າງປະເທດນະຄອນ St. Petersburg (ພາບ: VOV)

ໃນການພົບປະ, ທ່ານ Evgeny Grigoriev, ໄດ້ຝາກບັນດາຄຳອວຍພອນປີໃໝ່ທີ່ດີງາມທີ່ສຸດຂອງຜູ້ວ່າການນະຄອນ St. Petersburg ມາຍັງທ່ານເອກອັກຄະລັດຖະທູດ ດັ້ງມິງຄອຍ ແລະ ຜ່ານທ່ານເອກອັກຄະລັດຖະທູດ ຝາກເຖິງປະຊາຊົນ ຫວຽດນາມ.

        ເມື່ອແລກປ່ຽນກ່ຽວກັບສາຍພົວພັນສອງຝ່າຍ, ສອງຝ່າຍໄດ້ຕົກລົງເປັນນເອກະພາບໂດຍຕີລາຄາວ່າ ສາຍພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ ພວມຢູ່ໃນໄລຍະພັດທະນາຢ່າງຂະຫຍັນຂັນເຄື່ອນ. ການຮ່ວມມືທ້ອງຖິ່ນສືບຕໍ່ສວມບົດບາດສຳຄັນໃນສາຍພົວພັນລວມຂອງສອງຝ່າຍ, ໃນນັ້ນ ສາຍພົວພັນລະຫວ່າງ St. Petersburg ແລະ ນະຄອນ ໂຮ່ຈີມິນ ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາຈຸດເດັ່ນ, ດ້ວຍຫຼາຍກິດຈະກຳພົວພັນແລກປ່ຽນວັດທະນະທຳ - ເສດຖະກິດ ໄດ້ ແລະ ພວມໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ. ການຮັກສາ ແລະ ເສີມຂະຫຍາຍຄຸນຄ່າອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ St. Petersburg ສືບຕໍ່ໄດ້ຮັບຖືວ່າແມ່ນສັນຍາລັກອັນໝັ້ນແກ່ນຂອງນ້ຳໃຈມິດຕະພາບລະຫວ່າງສອງນະຄອນ. ໄປຄຽງຄູ່ກັນນັ້ນ, ສອງຝ່າຍກໍໄດ້ເຕື້ອງເຖິງຄວາມສາມາດເພີ່ມທະວີການຮ່ວມມືດ້ານເສດຖະກິດ, ຊຸກຍູ້ບັນດາຄະນະວິສາຫະກິດໄປສຳຫຼວດຕະຫຼາດ ແລະ ເປີດກວ້າງການເຊື່ອມຕໍ່ການຄ້າໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ການ​ຮ່ວມ​ມື​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ ຫວຽດ​ນາມ - ອາ​ເມ​ລິ​ກາ

ຊຸກ​ຍູ້​ການ​ຮ່ວມ​ມື​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ ຫວຽດ​ນາມ - ອາ​ເມ​ລິ​ກາ

ບັນດາວາລະປຶກສາຫາລືສຸມໃສ່ຫຼາຍຫົວຂໍ້ສຳຄັນຄື: ການຮ່ວມມືໃນຂະແໜງເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ, Bigdata, Clouthing Computer, ຄວາມປອດໄພທາງໄຊເບີ.

Top