• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສາກົນຕີລາຄາສູງບັນດາຜົນງານຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ

ສຳນັກຂ່າວສານແຫ່ງຊາດ ລາວ KPL ໄດ້ລົງພິມບົດສຳພາດບັນດາການນຳ, ອະດີດການນຳພັກ, ລັດ, ລັດຖະບານ ລາວ ຫຼາຍທ່ານ, ໃນນັ້ນໄດ້ເນັ້ນໜັກເຖິງບັນດາການຄົ້ນຄວ້າທີ່ເປັນລະບົບຂອງ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່ຽວກັບລັດທິ ມາກ - ເລນິນ ແລະ ແນວຄິດ ໂຮ່ຈີມິນ.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ (ພາບ: VGP)

ໃນຊຸມມື້ທີ່ຜ່ານມາ, ສື່ມວນຊົນໂລກໄດ້ມີບົດຂຽນຫຼາຍບົດກ່ຽວກັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ໃນນັ້ນ, ຊີ້ແຈ້ງບັນດາການປະກອບສ່ວນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຜູ້ນຳໜ້າພັກກອມມູນິດ ຫວຽດນາມ, ໃນພາລະກິດແຫ່ງການສ້າງສາປະເທດຊາດ, ປ້ອງກັນ ຕ້ານການສໍ້ຫຼາດບັງຫຼວງ ກັບແນວທາງການຕ່າງປະເທດທີ່ສະຫຼາດສ່ອງໃສ, ຊ່ວຍຍົກສູງທີ່ຕັ້ງຂອງ ຫວຽດນາມ ບົນເວທີສາກົນ.

        ສຳນັກຂ່າວສານແຫ່ງຊາດ ລາວ KPL ໄດ້ລົງພິມບົດສຳພາດບັນດາການນຳ, ອະດີດການນຳພັກ, ລັດ, ລັດຖະບານ ລາວ ຫຼາຍທ່ານ, ໃນນັ້ນໄດ້ເນັ້ນໜັກເຖິງບັນດາການຄົ້ນຄວ້າທີ່ເປັນລະບົບຂອງ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່ຽວກັບລັດທິ ມາກ - ເລນິນ ແລະ ແນວຄິດ ໂຮ່ຈີມິນ ໄດ້ກາຍເປັນຊັບສົມບັດອັນລ້ຳຄ່າສຳລັບພັກກອມມູນິດ ຫວຽດນາມ ແລະ ທົ່ວໂລກ.

        ໃນບົດຂຽນ, “ຄວາມສູນເສຍທີ່ບໍ່ອາດທົດແທນໄດ້ສຳລັບ ກຸຍບາ”, ສຳນັກຂ່າວສານ Prensa Latina ໄດ້ສະແດງໃຫ້ເຫັນວ່າ ປະເທດ ກຸຍບາ ຍາມໃດກໍ່ຄິດເຖິງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຄືຜູ້ເປັນອ້າຍທີ່ຍິ່ງໃຫຍ່, ຜູ້ຊຸກຍູ້ໃຫ້ແກ່ສາຍພົວພັນພິເສດລະຫວ່າງ 2 ພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນ 2 ປະເທດຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top