• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສັນຍາ ປາຣີ 1973: ຂີດໝາຍຮຸ່ງເຮືອງເຫຼືອງເຫຼື້ອມຂອງພື້ນຖານການທູດ ຫວຽດນາມ

ສັນຍາ ປາຣີ ໄດ້ສ້າງຂີດໝາຍໄຊຊະນະດ້ານການທູດທີ່ສຳຄັນ, ສະແດງໃຫ້ເຫັນຄຸນທາດ ແລະ ສະຕິປັນຍາຂອງພື້ນຖານການທູດປະຕິວັດ ຫວຽດນາມ.
  ວັນທີ 27 ມັງກອນ 1973, ສັນຍາ ປາຣີ ວ່າດ້ວຍການຢຸດຕິສົງຄາມ, ສ້າງສັນຕິພາບ ຢູ່ ຫວຽດນາມ ຄືນໃໝ່ໄດ້ຖືກລົງນາມຢູ່ນະຄອນຫຼວງ ປາຣີ  

ກ່ອນນີ້ເຄິ່ງສະຕະວັດເຕັມຄື ວັນທີ 27 ມັງກອນ 1973, ສັນຍາ ປາຣີ ວ່າດ້ວຍການຢຸດຕິສົງຄາມ, ສ້າງສັນຕິພາບ ຢູ່ ຫວຽດນາມ ຄືນໃໝ່ໄດ້ຖືກລົງນາມຢູ່ນະຄອນຫຼວງ ປາຣີ, ປະເທດ ຝຣັ່ງ. ເຊິ່ງແມ່ນໝາກຜົນຂອງໜຶ່ງໃນບັນດາການເຈລະຈາທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ ແລະ ແກ່ຍາວເວລາທີ່ສຸດໃນປະຫວັດສາດແຫ່ງການຕ່າງປະເທດຂອງໂລກ, ສັນຍາ ປາຣີ ໄດ້ສ້າງຂີດໝາຍໄຊຊະນະດ້ານການທູດທີ່ສຳຄັນ, ສະແດງໃຫ້ເຫັນຄຸນທາດ ແລະ ສະຕິປັນຍາຂອງພື້ນຖານການທູດປະຕິວັດ ຫວຽດນາມ, ມີຂອບຂະໜາດໃຫຍ່ ແລະ ມີຄວາມໝາຍແຫ່ງຍຸກສະໄໝຢ່າງເລິກເຊິ່ງ.

ໂດຍໄດ້ແກ່ຍາວເປັນເວລາເກືອບ 5 ປີ (ແຕ່ປີ 1968 – 1973), ບັນດາການເຈລະຈາ ປາຣີ ກ່ຽວກັບ ຫວຽດນາມ ໄດ້ຜ່ານກອງປະຊຸມເປີດເຜີຍ 201 ຄັ້ງ, ກອງປະຊຸມຂັ້ນສູງສະເພາະ 45 ຄັ້ງ, ກອງປະຊຸມຖະແຫຼງຂ່າວປະມານ 500 ຄັ້ງ ແລະ ການຕອບສຳພາດຕໍ່ນັກຂ່າວປະມານ 1.000 ຄັ້ງ. ສຸດທ້າຍ, ໄຊຊະນະແມ່ນໄດ້ແກ່ພື້ນຖານການທູດທີ່ຍັງໜຸ່ມນ້ອຍ ແຕ່ເຕັມໄປດ້ວຍຄຸນນະທາດ, ເປັນຕົວແທນໃຫ້ແກ່ສຽງເວົ້າທີ່ເປັນທຳ ແລະ ໄດ້ຮັບການສະໜັບສະໜູນຈາກປະຊາຊົນຜູ້ກ້າວໜ້າໃນທົ່ວໂລກ.

ໄຊຊະນະຂອງສະຕິປັນຍາການທູດຫວຽດນາມ

ຕາມບັນດາເອກະສານປະຫວັດສາດແລ້ວ, ໃນກອງປະຊຸມເປີດເຜີຍ, ກໍຄືການພົບປະສະເພາະແຕ່ລະຄັ້ງ ໃນຕະຫຼອດໄລຍະດຳເນີນການເຈລະຈາ ປາຣີ, ຄະນະຜູ້ແທນ ຫວຽດນາມ ບໍ່ໄດ້ປະລະບັນຫາສຳຄັນໃດ ທີ່ກ່ຽວຂ້ອງກັບສົງຄາມຢູ່ ອິນດູຈີນ. ໃນນັ້ນ, ສຸມປາຍແຫຼມການຕໍ່ສູ້ໃສ່ 2 ບັນຫາຫຼັກແຫຼ່ງ ນັ້ນແມ່ນ: ກອງທັບ ອາເມລິກາ ພ້ອມກັບພັນທະມິດຢູ່ພາກພື້ນ ອາຊີ - ປາຊີຟິກ ຕ້ອງຖອນກຳລັງອອກຈາກພາກໃຕ້ ຫວຽດນາມ ທັງໝົດ ແລະ ເຄົາລົບບັນດາສິດພື້ນຖານຂອງຊາດ ແລະ ສິດຕັດສິນດ້ວຍຕົນເອງຂອງປະຊາຊົນພາກໃຕ້ ຫວຽດນາມ.

ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ຢືນຢັນວ່າ, ໃນຕະຫຼອດວິວັດການເຈລະຈາ, ຫຼັກການເອກະລາດ, ເປັນເຈົ້າຕົນເອງຍາມໃດກໍ່ໄດ້ຮັບການຮັກສາ ແລະ ຍົກສູງ. ພິເສດ,  ທ່ານ ທີ່ປຶກສາ ເລດຶກເທາະ ແລະ ຄະນະເຈລະຈາ ຫວຽດນາມ ໄດ້ໃຊ້ຄວາມສາມາດຢ່າງມີປະສິດທິຜົນ, ມີຫົວຄິດປະດິດສ້າງຢ່າງສຸດຂີດ. ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ຢືນຢັນວ່າ:

“ສຳລັບທ່ານ ເລດຶກເທາະ ແລ້ວ, ບົດຮຽນກ່ຽວກັບການຖືເອົາສິ່ງທີ່ບໍ່ປ່ຽນແປງຮັບມືກັບສິ່ງທີ່ປ່ຽນແປງ ເຊິ່ງປະທານ ໂຮ່ຈີມິນ ໄດ້ຕັກເຕືອນບັນດານັກການທູດ ຫວຽດນາມ ນັ້ນ ໄດ້ເອົາມານຳໃຊ້ຢ່າງຊຳນິຊຳນານໃນຕະຫຼອດໄລຍະ 5 ປີແຫ່ງການເຈລະຈາ ດ້ວຍການຕໍ່ສູ້ທາງສະຕິປັນຍາທີ່ລຳບາກຍາກເຂັນ. ດ້ວຍຈິນຕະນາການແຫຼມຄົມ, ບົດຮຽນຫຼາຍຢ່າງ, ທ່ານ ເລດຶກເທາະ ແລະ ຄະນະເຈລະຈາໄດ້ຫັນໄຊຊະນະຢູ່ສະໜາມຮົບໄປສູ່ໄຊຊະນະຢູ່ໂຕະເຈລະຈາໄດ້ຢ່າງດີເລີດ. ໄຊຊະນະດັ່ງກ່າວນີ້ ແມ່ນໜຶ່ງໃນບັນດາສິ່ງຍອດຍິ່ງຂອງສະຕິປັນຍາທາງດ້ານການທູດຫວຽດນາມ”.

ບັນດາບົດຮຽນປະຫວັດສາດທີ່ລ້ຳຄ່າ

   50 ປີພາຍຫຼັງສັນຍາ ປາຣີ ໄດ້ຮັບການລົງນາມ, ມີຫຼາຍກິດຈະກຳຄົ້ນຄວ້າວິທະຍາສາດ,ການໄຈ້ແຍກ, ການຕີລາຄາຂອງນັກຊ່ຽວຊານຢູ່ພາຍໃນປະເທດ ແລະ ສາກົນ ສືບຕໍ່ຢືນຢັນວ່າ ສັນຍາ ປາຣີ 1973 ແມ່ນໄຊຊະນະສຳຄັນ, ສ້າງຂີດໝາຍຮຸ່ງເຮືອງເຫຼືອງເຫຼື້ອມໃນປະຫວັດສາດຂອງຂະແໜງການທູດ ຫວຽດນາມ; ພ້ອມທັງສ້າງເປັນບົດຮຽນອັນລ້ຳຄ່າຫຼາຍຢ່າງ, ມີຄວາມໝາຍແຫ່ງຍຸກສະໄໝຢ່າງເລິກເຊິ່ງໃຫ້ແກ່ຂະແໜງການທູດ. ໃນນັ້ນມີບົດຮຽນກ່ຽວກັບການກຳແໜ້ນສະພາບການ ແລະ ຍາດແຍ່ງກາລະໂອກາດແມ່ນມີຄວາມສຳຄັນຍິ່ງ. ທ່ານນາງ ຫງວຽນທິບິ່ງ, ລັດຖະມົນຕີການຕ່າງປະເທດລັດຖະບານປະຕິວັດຊົ່ວຄາວ ພາກໃຕ້ຫວຽດນາມ ໃນໄລຍະ 1969 – 1975,  ຫົວໜ້າຄະນະເຈລະຈາຂອງລັດຖະບານປະຕິວັດຊົ່ວຄາວ ທີ່ກອງປະຊຸມ ປາຣີ, ເນັ້ນໜັກວ່າ:

“ທີ 1 ແມ່ນຕ້ອງຮູ້ຈັກຕີລາຄາສະພາບການ, ຮູ້ຕົນເອງ, ຮູ້ສັດຕູເປັນຄືແນວໃດ. ທີ 2 ແມ່ນຕ້ອງຮູ້ຈັກຍາດແຍ່ງກາລະໂອກາດ. ທີ 3 ແມ່ນຕ້ອງມີຍຸດໂທບາຍສະຫຼາດສະຫຼຽວ, ກຳນົດຢ່າງແຈ້ງວ່າ ອັນໃດເປັນຫຼັກ, ອັນໃດສຳຮອງ. ຕາມຂ້າພະເຈົ້າແລ້ວ, ກ່ຽວກັບດ້ານການທູດນັ້ນ ພວກເຮົາມີຂໍ້ລິເລີ່ມທີ່ດີຫຼາຍຢ່າງ”.

ສ່ວນທ່ານອະດີດຮອງນາຍົກລັດຖະມົນຕີ, ອະດີດຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ຫວູຄວານ ກໍ່ຖືວ່າ:

“ນີ້ອາດເປັນການເຈລະຈາກ່ຽວກັບການຢຸດຕິສົງຄາມແກ່ຍາວເວລາຫຼາຍທີ່ສຸດໃນປະຫວັດສາດ. ມັນສ້າງບົດຮຽນຫຼາຍຢ່າງໃຫ້ແກ່ຂະແໜງການທູດຫວຽດນາມ. ທີ 1 ແມ່ນກ່ຽວກັບການສົມທົບກັນ, ທີ 2 ແມ່ນຄວາມອົດທົນ, ທີ 3 ແມ່ນຄວາມຢຶດໝັ້ນ ແລະ ທີ 4 ແມ່ນຄວາມສະຫຼາດຄ່ອງແຄ້ວ”.

ຕາມບັນດາເອກະສານທາງການແລ້ວ, ໃນເວລາດຳເນີນການເຈລະຈາຢູ່ ປາຣີ, ມີຂະບວນການມິດຕິງ, ຂະບວນການປະທ້ວງຕ້ານສົງຄາມ, ສະໜັບສະໜູນ ຫວຽດນາມ ນັບພັນຄັ້ງໄດ້ເກີດຂຶ້ນຢູ່ຫຼາຍແຫ່ງໃນໂລກ, ໃນນັ້ນມີທັງຢູ່ ອາເມລິກາ. ການສະໜັບສະໜູນຂອງສາກົນນີ້ ໄດ້ຮັບການຕີລາຄາວ່າ ແມ່ນບົດຮຽນສຳຄັນຕໍ່ຂະແໜງການທູດ ກ່ຽວກັບການນຳໃຊ້ ແລະ ຍາດແຍ່ງເອົາການສະໜັບສະໜູນຢ່າງມີປະສິດທິຜົນ ພ້ອມກັບບັນດາແຫຼ່ງກຳລັງຢ່າງໃຫຍ່ຫຼວງຈາກພາຍນອກທີ່ມີຕໍ່ພາລະກິດແຫ່ງການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top