• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສັນຍາ EVFTA: ມາດຕະການສໍາຄັນ ເພື່ອບັນລຸໄດ້ບັນດາຄາດໝາຍການເຕີບໂຕ

      ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ແມ່ນມີຄວາມໝາຍສໍາຄັນ, ແມ່ນບາດກ້າວໃໝ່ໃນວິວັດທະນາການແຫ່ງການເຊື່ອມໂຍງຂອງຫວຽດນາມ ແລະ ແມ່ນມາດຕະການສໍາຄັນ ເພື່ອບັນລຸໄດ້ບັນດາຄາດໝາຍເຕີບໂຕຂອງຂະແໜງອຸດສາຫະກໍາ ແລະ ການຄ້າໃນສະພາບການ ໂລກ ພວມມີການຜັນແປບໍ່ສະດວກ.

  ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ເຈິ່ນຕ໊ວນແອັງ (ພາບ: Uyen Huong/BNEWS/TTXVN)
      ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ເຈິ່ນຕ໊ວນແອັງ ຢັ້ງຢືນວ່າ ທີ່ການເຮັດວຽກໃນວັນທີ 04 ມີນາ ກັບການນໍາຫົວໜ່ວຍທີ່ກ່ຽວຂ້ອງ ກ່ຽວກັບວຽກງານການກະກຽມປະຕິບັດສັນຍາ EVFTA ເມື່ອມີຜົນສັກສິດຢ່າງເປັນທາງການ (ເຊິ່ງຄາດວ່າຈະມີຜົນສັກສິດໃນເດືອນກໍລະກົດຈະມາເຖິງ). ທ່ານລັດຖະມົນຕີ ເຈິ່ນຕ໊ວນແອັງ ກໍຮຽກຮ້ອງໃຫ້ການນໍາບັນດາຫົວໜ່ວຍກ່ຽວຂ້ອງ ຕ້ອງເປັນເຈົ້າການຕັ້ງໜ້າກະກຽມບັນດາເນື້ອໃນທີ່ຈໍາເປັນເພື່ອໃຫ້ສັນຍາສະບັບດັ່ງກ່າວໄດ້ຮັບການຜັນຂະຫຍາຍໂດຍໄວ. ປັດຈຸບັນ, ຫວຽດນາມ ໄດ້ເຮັດສໍາເລັດບັນດາບາດກ້າວພື້ນຖານແລ້ວ.
        ກ່ອນໜ້ານັ້ນ, ວັນທີ 12 ມີນາ ຈະມາເຖິງ, ທາງຝ່າຍ ອີຢູ ຈະສໍາເລັດບັນດາລະບຽບການຢູ່ສະພາເອີຣົບ, ກຽມພ້ອມໃຫ້ແກ່ຂັ້ນຕອນຈັດຕັ້ງປະຕິບັດ. ອີຢູ ໄດ້ເປັນເຈົ້າການສ້າງຮ່າງເອກະສານສະບັບຕ່າງໆ ກ່ອນຈະຍື່ນສະເໜີຕໍ່ ລັດຖະສະພາເອີຣົບ. ສະນັ້ນ ອາດຈະສາມາດປະຕິບັດສັນຍາສະບັບນີ້ໄດ້ເລີຍ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top