• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ຫາຍ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວ​ນ​ຟຸກ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ພັກ - ລັດ ຫວຽດ​ນາມ ໄຫວ້​ອາ​ໄລ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດນາຍົກລັດຖະມົນຕີລາວ

      ການສູນເສຍ ສະຫາຍ ໄປໃນຄັ້ງນີ້ ເປັນການສູນເສຍພະນັກງານນັກປະຕິວັດອາວຸໂສຜູ້ປີຊາສາມາດ, ນັກການທະຫານຜູ້ເກັ່ງກ້າ, ນັກການເມືອງ ຜູ້ມີສາຍຕາເບິ່ງກວ້າງເຫັນໄກ ແລະ ນັກການທູດທີ່ມີວາທະສີນໄຫວພິບ ອັນສະຫຼຽວສະຫຼາດໃນການເຈລະຈາ, ເຊິ່ງໄດ້ສ້າງຄວາມໂສກເສົ້າ ແລະ ອາໄລອາວອນຢ່າງສຸດຊຶ້ງ ໃຫ້ແກ່ການນຳພັກ - ລັດ ພະນັກງານ, ສະມາຊິກພັກ, ຄອບຄົວຍາດຕິພີ່ນ້ອງ ແລະ ປະຊາຊົນລາວບັນດາເຜົ່າ.

ສະຫາຍ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງພັກ - ລັດ ຫວຽດນາມ ໄຫວ້ອາໄລ ອະດີດ ນາຍົກລັດຖະມົນຕີ ລາວ ສີສະຫວາດ ແກ້ວບຸນພັນ 
      ຕາມຂ່າວຈາກໜັງສືພິມ ກອງທັບປະຊາຊົນປະຕິວັດລາວ - ຕາງໜ້າໃຫ້ແກ່ການນຳພັກ - ລັດຂັັ້ນສູງ ແລະ ປະຊາຊົນຫວຽດນາມ ນຳໂດຍ ສະຫາຍ ຫງຽນຊວນຟຸກ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສ.ສ. ຫວຽດນາມ ພ້ອມດ້ວຍຄະນະໄດ້ນຳເອົາພວງມາລາເຂົ້າວາງໄຫວ້ອາໄລ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດນາຍົກລັດຖະມົນຕີ, ອະດີດປະທານສູນກາງແນວລາວສ້າງຊາດ, ພະນັກງານປະຕິວັດອາວຸໂສບຳນານຜູ້ທີ່ເດັດດ່ຽວໜຽວແໜ້ນ ເຊິ່ງສະຫາຍແມ່ນຜູ້ໜຶ່ງທີ່ປະກອບສ່ວນ ໃນການສ້າງຕັ້ງພັກ ແລະ ກອງທັບປະຊາຊົນລາວໃນເມື່ອກ່ອນ. ການສູນເສຍ ສະຫາຍ ໄປໃນຄັ້ງນີ້ ເປັນການສູນເສຍພະນັກງານນັກປະຕິວັດອາວຸໂສຜູ້ປີຊາສາມາດ, ນັກການທະຫານຜູ້ເກັ່ງກ້າ, ນັກການເມືອງ ຜູ້ມີສາຍຕາເບິ່ງກວ້າງເຫັນໄກ ແລະ ນັກການທູດທີ່ມີວາທະສີນໄຫວພິບ ອັນສະຫຼຽວສະຫຼາດໃນການເຈລະຈາ, ເຊິ່ງໄດ້ສ້າງຄວາມໂສກເສົ້າ ແລະ ອາໄລອາວອນຢ່າງສຸດຊຶ້ງ ໃຫ້ແກ່ການນຳພັກ - ລັດ ພະນັກງານ, ສະມາຊິກພັກ, ຄອບຄົວຍາດຕິພີ່ນ້ອງ ແລະ ປະຊາຊົນລາວບັນດາເຜົ່າ. ການນຳຂັ້ນສູງຂອງພັກລັດ ສ.ສ. ຫວຽດນາມ ມາວາງພວງມາລາໃນຄັ້ງນີ້ ສະແດງເຖິງຄວາມສາມັກຄີຮັກແພງອັນສະໜິດສະໜົມ ແລະ ສະເໝີຕົ້ນສະເໝີປາຍຂອງພັກ - ລັດ ແລະ ປະຊາຊົນທັງສອງປະເທດພວກເຮົາ, ທັງເປັນການແບ່ງເບົາຄວາມທຸກໂສກ ແລະ ອາໄລອາວອນຢ່າງສຸດຊຶ້ງຕໍ່ພັກ - ລັດ ແລະປະຊາຊົນລາວພວກເຮົາ. ໃນເວລາຕໍ່ມາຂອງວັນດຽວກັນ ຄະນະຜູ້ແທນຂັ້ນສູງພັກ - ລັດ ສ.ສ. ຫວຽດນາມ ຍັງເຂົ້າຢ້ຽມຄຳນັບ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ຢູ່ທີ່ສຳນັກງານປະທານປະເທດ ແລະ ຢ້ຽມຄຳນັບ ສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນການພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢູ່ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຕາມລຳດັບຕື່ມອີກ, ກ່ອນຈະເດີນທາງກັບຄືນປະເທດ.
(ແຫຼ່ງຈັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top