• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ຫະ​ພັນ ອາ​ຣັບ ສະ​ເໜີ​ເລ​ຂາ​ທິກາ​ນ​ໃຫຍ່​ຄົນ​ໃໝ່

ສະພາສະຫະພັນ ອາຣັບ ຈະຍື່ນສະເໜີ ຂໍ້ສະເໜີແນະເຖິງກອງປະຊຸມສາມັນຄັ້ງທີ 35 ຂອງ ກອງປະຊຸມສຸດຍອດ ສະຫະພັນ ອາຣັບ, ຄາດວ່າຈະຈັດຂຶ້ນຢູ່ ອາຣັບບິ ຊາອຸດິ.
ທ່ານ Nabil Fahmy ອະດີດລັດຖະມົນຕີການຕ່າງປະເທດ ເອຢິບ. (ພາບ: conciliators-guild.org)
ວັນທີ 29 ມີນາ, ສະຫະພັນ ອາຣັບ ໄດ້ປະກາດທ່ານ Nabil Fahmy ອະດີດລັດຖະມົນຕີການຕ່າງປະເທດ ເອຢິບ ໄດ້ຮັບການສະເໜີດຳລົງຕຳແໜ່ງເປັນເລຂາທິການໃຫຍ່. ເລື່ອງສະເໜີທ່ານ Nabil Fahmy ດຳລົງຕຳແໜ່ງເລຂາທິການໃຫຍ່ ສະຫະພັນ ອາຣັບ ສືບທອດທ່ານ Ahmed Aboul Gheit ໂດຍບັນດາປະເທດສະມາຊິກເຫັນດີເປັນເອກະພາບຮັບຮອງເອົາຢູ່ວາລະປະຊຸມບັນດາລັດຖະມົນຕີການຕ່າງປະເທດ ອາຣັບ ຄັ້ງທີ 165. ສະພາສະຫະພັນ ອາຣັບ ຈະຍື່ນສະເໜີ ຂໍ້ສະເໜີແນະເຖິງກອງປະຊຸມສາມັນຄັ້ງທີ 35 ຂອງ ກອງປະຊຸມສຸດຍອດ ສະຫະພັນ ອາຣັບ, ຄາດວ່າຈະຈັດຂຶ້ນຢູ່ ອາຣັບບິ ຊາອຸດິ, ເຊິ່ງແມ່ນບ່ອນບັນດາປະມຸກລັດ ຈະໃຫ້ສັດຕະຍາບັນຕຳແໜ່ງ ເລຂາທິການໃຫຍ່ ຢ່າງເປັນທາງການດ້ວຍຄວາມເຫັນດີເຫັນພ້ອມ.

່(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເປັນ​ປະ​ທານກອງ​ປະ​ຊຸມ​​ຄະ​ນະ​ພັກ​ກອງ​ທັບ ສູນ​ກາງ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເປັນ​ປະ​ທານກອງ​ປະ​ຊຸມ​​ຄະ​ນະ​ພັກ​ກອງ​ທັບ ສູນ​ກາງ

ກ່າວຄຳເຫັນຊີ້ນຳຢູ່ກອງປະຊຸມ, ຕາງໜ້າຄະນະພັກກອງທັບສູນກາງ, ທ່ານເລຂາທິການໃຫຍ່ ໂຕເລິມເຫັນດີເປັນເອກະພາບຕໍ່ເນື້ອໃນໂຄງການດຳເນີນງານ, ບັນດາເປົ້ໝາຍ; ໜ້າທີ່, ແຜນຮ່າງ, ໂຄງການ, ລາຍການລະອຽດ.

Top