ຂ່າວສານ
ສະພາແຫ່ງຊາດ ແລະ ແນວໂຮມປະເທດຊາດ ຮ່ວມແຮງຮ່ວມໃຈເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ
ຕອນບ່າຍວັນທີ 20 ເມສາ, ຢູ່ຫໍສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ແລະ ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມປະຈຳປີລະຫວ່າງຂະແໜງເພື່ອສະຫຼຸບວຽກງານສົມທົບກັນໃນປີ 2021 ແລະ ຈຸດສຸມສົມທົບກັນໃນປີ 2022.
ກອງປະຊຸມປະຈຳປີລະຫວ່າງຂະແໜງເພື່ອສະຫຼຸບວຽກງານສົມທົບກັນໃນປີ 2021 ແລະ ຈຸດສຸມສົມທົບກັນໃນປີ 2022 (ພາບ: quochoi.vn)
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເນັ້ນໜັກວ່າ ໃນສະພາບການໃໝ່ ການສົມທົບລະຫວ່າງສອງອົງການນັບມື້ນັບໄດ້ຮັບການຍູ້ແຮງ, ມີຄວາມແໜ້ນແຟ້ນ, ປະກອບສ່ວນຕັ້ງໜ້າເຂົ້າໃນການເສີມຂະຫຍາຍກຳລັງມະຫາສາມັກຄີທົ່ວປວງຊົນທັງຊາດຢ່າງເປັນປະຈຳ ເພື່ອຜ່ານຜ່າສິ່ງທ້າທາຍ, ແກ້ໄຂບັນຫາເກີດຂຶ້ນໃໝ່, ບັນຫາຍາກ, ບໍ່ເຄີຍມີມາກ່ອນໄດ້ຢ່າງທັນການ.
ໂດຍຊີ້ແຈ້ງວ່າປີ 2022 ແມ່ນປີທີ່ມີຄວາມໝາຍສຳຄັນ ໃນການຟື້ນຟູເສດຖະກິດ - ສັງຄົມຂອງປະເທດຊາດ, ທ່ານປະທານສະພາແຫ່ງຊາດ ເປັນກຽດສະເໜີໃຫ້ສອງອົງການສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກ່ວາອີກ ໃນການປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຢ່າງໝັ້ນແກ່ນ, ເສີມຂະຫຍາຍປະຊາທິປະໄຕໃນສັງຄົມ, ເສີມຂະຫຍາຍທຸກຄວາມສາມາດປະດິດຄິດສ້າງຂອງປະຊາຊົນ ເພື່ອຍູ້ແຮງວິວັດການຟື້ນຟູ, ພັດທະນາເສດຖະກິດ - ສັງຄົມ. ພ້ອມກັນນັ້ນແມ່ນ ສືບຕໍ່ເສີມຂະຫຍາຍບົດບາດຂອງ ຄະນະປະທານຄະນະກຳມະການສູນການແນວໂຮມປະເທດຊາດ ຫວຽດນາມ, ບັນດາສະພາໃຫ້ຄຳປຶກສາຂອງ ແນວໂຮມໃນການເຂົ້າຮ່ວມສ້າງກົດໝາຍ ແລະ ໄຈ້ແຍກຕີລາຄາສັງຄົມ.
(ແຫຼ່ງຄັດຈາກ VOV)