ຂ່າວສານ

ສະ​ພາ​ແຫ່ງ​ຊາດ ແລະ ແນວ​ໂຮມ​ປະ​ເທດ​ຊາດ ຮ່ວມ​ແຮງ​ຮ່ວມ​ໃຈ​ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ມະ​ຫາ​ສ​າ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ

ຕອນບ່າຍວັນທີ 20 ເມສາ, ຢູ່ຫໍສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ແລະ ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມປະຈຳປີລະຫວ່າງຂະແໜງເພື່ອສະຫຼຸບວຽກງານສົມທົບກັນໃນປີ 2021 ແລະ ຈຸດສຸມສົມທົບກັນໃນປີ 2022.

ຕອນບ່າຍວັນທີ 20 ເມສາ, ຢູ່ຫໍສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ແລະ ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມປະຈຳປີລະຫວ່າງຂະແໜງເພື່ອສະຫຼຸບວຽກງານສົມທົບກັນໃນປີ 2021 ແລະ ຈຸດສຸມສົມທົບກັນໃນປີ 2022.

    

ກອງປະຊຸມປະຈຳປີລະຫວ່າງຂະແໜງເພື່ອສະຫຼຸບວຽກງານສົມທົບກັນໃນປີ 2021 ແລະ ຈຸດສຸມສົມທົບກັນໃນປີ 2022 (ພາບ: quochoi.vn)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເນັ້ນໜັກວ່າ ໃນສະພາບການໃໝ່ ການສົມທົບລະຫວ່າງສອງອົງການນັບມື້ນັບໄດ້ຮັບການຍູ້ແຮງ, ມີຄວາມແໜ້ນແຟ້ນ, ປະກອບສ່ວນຕັ້ງໜ້າເຂົ້າໃນການເສີມຂະຫຍາຍກຳລັງມະຫາສາມັກຄີທົ່ວປວງຊົນທັງຊາດຢ່າງເປັນປະຈຳ ເພື່ອຜ່ານຜ່າສິ່ງທ້າທາຍ, ແກ້ໄຂບັນຫາເກີດຂຶ້ນໃໝ່, ບັນຫາຍາກ, ບໍ່ເຄີຍມີມາກ່ອນໄດ້ຢ່າງທັນການ.

ໂດຍຊີ້ແຈ້ງວ່າປີ 2022 ແມ່ນປີທີ່ມີຄວາມໝາຍສຳຄັນ ໃນການຟື້ນຟູເສດຖະກິດ - ສັງຄົມຂອງປະເທດຊາດ, ທ່ານປະທານສະພາແຫ່ງຊາດ ເປັນກຽດສະເໜີໃຫ້ສອງອົງການສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກ່ວາອີກ ໃນການປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຢ່າງໝັ້ນແກ່ນ, ເສີມຂະຫຍາຍປະຊາທິປະໄຕໃນສັງຄົມ, ເສີມຂະຫຍາຍທຸກຄວາມສາມາດປະດິດຄິດສ້າງຂອງປະຊາຊົນ ເພື່ອຍູ້ແຮງວິວັດການຟື້ນຟູ, ພັດທະນາເສດຖະກິດ - ສັງຄົມ. ພ້ອມກັນນັ້ນແມ່ນ ສືບຕໍ່ເສີມຂະຫຍາຍບົດບາດຂອງ ຄະນະປະທານຄະນະກຳມະການສູນການແນວໂຮມປະເທດຊາດ ຫວຽດນາມ, ບັນດາສະພາໃຫ້ຄຳປຶກສາຂອງ ແນວໂຮມໃນການເຂົ້າຮ່ວມສ້າງກົດໝາຍ ແລະ ໄຈ້ແຍກຕີລາຄາສັງຄົມ.

(ແຫຼ່ງຄັດຈາກ VOV)


top