• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ສືບ​ຕໍ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ເສດ​ຖະ​ກິດ, ສັງ​ຄົມ

ວັນທີ 01 ພະຈິກ, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ຈະສະຫງວນເວລາໝົດມື້ ເພື່ອສືບຕໍ່ປືກສາຫາລືກ່ຽວກັບ ການປະເມີນຜົນປະຕິບັດແຜນການພັດທະນາເສດຖະກິດປີ 2023, ສ້າງແຜນການພັດທະນາເສດຖະກິດ - ສັງຄົມ ປີ 2024; ການປະເມີນກາງອາຍຸການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ 2021 – 2025; ແຜນການສ້າງໂຄງປະກອບພື້ນຖານເສດຖະກິດ ໄລຍະ 2021 – 2025 ຄືນໃໝ່…
ທ່ານ ຫງວຽນຕວັນແອັງ, ສະມາຊິກສະພາແຫ່ງຊາດແຂວງ ບິ່ງເຟືອກ (ພາບ: quochoi.vn)

ບັນດາສະມາຊິກສະພາແຫ່ງຊາດຖືວ່າ ໃນສະພາບການໂລກເກີດມີບັນດາການປະທະກັນໂດຍນຳໃຊ້ອາວຸດ ແລະ ນະໂຍບາຍຮັດແໜ້ນເງິນຕາ ຢູ່ບາງປະເທດໃຫຍ່ ໄດ້ສົ່ງຜົນກະທົບ ຕໍ່ພື້ນຖານເສດຖະກິດ ຫວຽດນາມ ໂດຍກົງ, ລັດຖະບານ ໄດ້ມີຫຼາຍໂຄງການສົ່ງເສີມການຄ້າ, ການລົງທຶນ, ດຶງດູດແຫຼ່ງເງິນລົງທຶນຈາກຕ່າງປະເທດ. ເຖິງຢ່າງໃດກໍຕາມ, ເສດຖະກິດ ຫວຽດນາມ ຍັງປະສົບກັບສິ່ງທ້າທາຍໃນໄລຍະຈະມາເຖິງ, ຄວາມສາມາດຟື້ນຟູເສດຖະກິດຍັງຊັກຊ້າ. ບັນດາສະມາຊິກສະພາແຫ່ງຊາດສະເໜີວ່າ ລັດຖະບານ ສືບຕໍ່ແກ້ໄຂຄວາມຫຍຸ້ງຍາກ, ໜູນຊ່ວຍວິສາຫະກິດ. ທ່ານ ຫງວຽນຕວັນແອັງ, ສະມາຊິກສະພາແຫ່ງຊາດແຂວງ ບິ່ງເຟືອກ ປະກອບຄຳເຫັນວ່າ:

“ກ່ຽວກັບໜ້າທີ່, ມາດຕະການພັດທະນາເສດຖະກິດ - ສັງຄົມໃນໄລຍະຈະມາເຖິງ, ລັດຖະບານໄດ້ວາງອອກ 12 ໝວດມາດຕະການ, ຂ້າພະເຈົ້າມີຄວາມສົນໃຈທີ່ສຸດຕໍ່ໝວດມາດຕະການທີ 4 ນັ້ນແມ່ນ ມາດຕະການສຸມໃສ່ສ້າງໂຄງປະກອບເສດຖະກິດຄືນໃໝ່ ຕິດພັນກັບການປ່ຽນແປງໃໝ່ຮູບແບບການເຕີບໂຕ, ຍົກສູງກຳລັງຄວາມສາມາດ ແລະ ກຳລັງແກ້ງແຍ້ງໃຫ້ມີປະສິດທິຜົນ ແລະ ແທດຈິງ, ໃນນັ້ນ ມີມາດຕະການຍູ້ແຮງ, ພັດທະນາ ແລະ ສ້າງໂຄງປະກອບ, ເສດຖະກິດກະສິກຳຄືນໃໝ່, ຕິດພັນກັບການສ້າງຊົນນະບົດໃໝ່. ປີ 2023, ຂົງເຂດກະສິກຳພັດທະນາເປັນປົກກະຕິ, ລະດັບການເຕີບໂຕບັນລຸ 3,38%, ສືບຕໍ່ແມ່ນເສົາຄ້ຳອັນໝັ້ນແກ່ນຂອງພື້ນຖານເສດຖະກິດໃນການໄລຍະປະສົບກັບຄວາມຫຍຸ້ງຍາກ.”

(ແຫຼ່ງຄັດຈາກ VOV)

ຍົກລະ​ດັບ​ການ​ພົວ​ພັນ ຫວຽດ​ນາມ - ສິງ​ກະ​ໂປ ແລະ ທີ່​ຕັ້ງ​ບົດ​ບາດຂອງ ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ

ຍົກລະ​ດັບ​ການ​ພົວ​ພັນ ຫວຽດ​ນາມ - ສິງ​ກະ​ໂປ ແລະ ທີ່​ຕັ້ງ​ບົດ​ບາດຂອງ ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ

ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແລ້ວ ຈຸດ​ສຸມ​ຂອງ ການ​ຢ້ຽມ​ຢາ​ສິງ​ກະ​ໂປ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທ​ານ​ປະ​ເທດ ໂຕ​ເລິມ ແມ່ນ​ການ​ເຂົ້າ​ຮ່ວມ​ແລະ​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ Shangri-la.

Top