• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XV – ການ​ປ່ຽນ​ແປງ​ໃໝ່​ລະ​ບອບ​ລະ​ບຽບ​ການ, ເປີດ​ທາງ​ໃຫ້​ແກ່​ສັງ​ກາດ​ພັດ​ທະ​ນາ​ໃໝ່

ວັນທີ 11 ທັນວາ, ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ອັດລົງຢູ່ ຮ່າໂນ້ຍ ກໍ່ແມ່ນການສິ້ນສຸດອາຍຸການ 5 ປີ (2021-2026) ຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ຊື່ງແມ່ນອາຍຸການທີ່ມີຫຼາຍຂີດໝາຍພິເສດ ໃນວິວັດການພັດທະນາຂອງປະເທດຊາດ. ນີ້ບໍ່ພຽງແຕ່ແມ່ນອາຍຸການທີ່ມີການປ່ຽນແປງໃໝ່ຫຼາຍຢ່າງເທົ່ານັ້ນ, ຫາກຍັງແມ່ນໄລຍະຕັ້ງພື້ນຖານໃຫ້ແກ່ສັງກາດພັດທະນາໃໝ່, ສັງກາດຂອງການຫັນລະບອບລະບຽບການເປັນທັນສະໄໝ, ຂອງການບໍລິຫານແຫ່ງຊາດຢ່າງມີປະສິດທິຜົນ, ຈະແຈ້ງ ແລະ ໃກ້ຊິດກັບ ປຊຊ ກ່ວາອີກດ້ວຍ.
ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ ຫວຽດນາມ ກ່າວຄຳເຫັນໄຂ ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV (ພາບ: quochoi.vn)

ນັບແຕ່ຕົ້ນອາຍຸການ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ຢັ້ງຢືນຈິດໃຈການກະທຳຢ່າງແຮງ. ໃນເວລາ 5 ປີ, ສະພາແຫ່ງຊາດໄດ້ຈັດກອງປະຊຸມ 19 ຄັ້ງ, ໃນນັ້ນມີກອງປະຊຸມວິສາມັນ 9 ຄັ້ງ ຊື່ງແມ່ນຕົວເລກທີ່ບໍ່ເຄີຍມີມາກ່ອນ.

ປະຕິຮູບລະບອບລະບຽບການຢ່າງແຮງ

          ຈຸດພົນເດັ່ນທີ່ສຸດຂອງ ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ແມ່ນການປຽນແປງໃໝ່ລະບອບລະບຽບການ. ໃນນັ້ນ, ການປັບປຸງບາງຂໍ້ມາດຕາຂອງລັດຖະທຳມະນູນປີ 2013 ຖືກຖືວ່າແມ່ນຂີດໝຍປະຫວັດສາດ, ເປີດໄລຍະປະຫວັດສາດໃໝ່ຂອງປະເທດຊາດດ້ວຍວິໄສທັດຍາວນານ.

          ມີກົດໝາຍປະມານ 149 ສະບັບໄດ້ປັບປຸງ ແລະ ຮັບຮອງເອົາ ຊື່ງໄດ້ສ້າງໃຫ້ມີ “ສາຍລົມໃໝ່” ໃນການປະຕິຮູບກົງຈັກ, ການແບ່ງຂັ້ນ ແບ່ງສິດອຳນາດ, ຊັບຊ້ອນຫົວໜ່ວຍບໍລິຫານ ແລະ ສ້າງແລວນິຕິກຳການພັດທະນາແບບຍືນຍົງໃຫ້ສົມບູນແບບ. ບັນດາລັດຖະນະໂຍບາຍນີ້ ບໍ່ພຽງແຕ່ໄດ້ແກ້ໄຂຮົ້ວກີດຂວາງ, ເປີດທາງໃຫ້ແກ່ເສດຖະກິດ-ສັງຄົມບືນຕົວຂຶ້ນເທົ່ານັ້ນ, ຫາກຍັງໄດ້ກຳນົດຮູບແບບບໍລິຫານລັດທີ່ທັນສະໄໝ, ກະທັດລັດ, ມີປະສິດທິຜົນ, ປະສິດທິພາບ, ຮັບໃຊ້ ປຊຊ ອີກດ້ວຍ. ທ່ານ ຮວ່າງແທັງຕຸ່ງ, ປະທານກຳມາທິການກົດໝາຍ ແລະ ຍຸດຕິທຳຂອງສະພາແຫ່ງຊາດ ຢືນຢັນວ່າ:

          ບັນດາຮ່າງກົດໝາຍໄດ້ຮັບການຮັບຮອງເອົາຈາກສະພາແຫ່ງຊາດໄດ້ຮັບປະກັນຄວາມກະທັດລັດ, ກຳນົດບັນດາບັນຫາຂຶ້ນກັບສິດອຳນາດຂອງສະພາແຫ່ງຊາດ, ມອບສິດເປັນເຈົ້າການ, ມີໄຫວພິບໃຫ້ແກ່ລັດຖະບານ, ບັນດາທ້ອງຖິ່ນໃນການຄຸ້ມຄອງບໍລິຫານ, ຕິດພັນກັບການຍູ້ແຮງການແບ່ງຂັ້ນ, ແບ່ງສິດອຳນາດ, ປະຕິຮູບລະບຽບການບໍລິຫານ. ບັນດານະໂຍບາຍທີ່ໄດ້ປະກາດໃຊ້ຍາມໃດກໍ່ຖື ປຊຊ ວິສາຫະກິດເປັນໃຈກາງ, ຕັ້ງໜ້າແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ປະກອບສ່ວນປົດປ່ອກຳລັງການຜະລິດ, ລະດົມທຸກແຫຼ່ງກຳລັງໃຫ້ແກ່ການພັດທະນາ.

          ໄປຄຽງຄູ່ກັບກົດໝາຍ, ການເຄື່ອນໄຫວຕິດຕາມກວດກາກໍ່ໄດ້ຮັບການປ່ຽນແປງໃໝ່ຕາມທິດແທດຈິງກ່ວາ.   ສະພາແຫ່ງຊາດໄດ້ສຸມໃສ່ບັນດາບັນຫາໃກ້ຊິດກັບຊີວິດສັງຄົມ, ຈາກຊີວິດສັງຄົມ, ຄວາມໝັ້ນຄົງດ້ານພະລັງງານ, ຕະຫຼາດອະສັງຫາລິມະຊັບ ຕະຫຼອດຮອດບັນດານະໂຍບາຍໜູນຊ່ວຍວິສາຫະກິດ ແລະ ຜູ້ອອກແຮງງານ.

 ສ້າງອະນາຄົດ, ເປີດທາງໃຫ້ແກ່ສັງກາດພັດທະນາໃໝ່

    ບາດກ້າວທັງໝົດນັ້ນບໍ່ພຽງແຕ່ໄດ້ຮັບໃຊ້ຄວາມຮຽກຮ້ອງໃນສະເພາະໜ້າເທົ່ານັ້ນ, ຫາກຍັງມຸ່ງໄປເຖິງອະນາຄົດອັນຍາວນານອີກດ້ວຍ. ເມື່ອລະບອບລະບຽບການໄດ້ສ້າງສົມບູນແບບ, ແລວນິຕິກຳທະລຸລ່ວງ, ເມື່ອກົງຈັກໄດ້ກະທັດລັດລົງ ແລະ ການແບ່ງສິດອຳນາດຢ່າງເຂັ້ມແຂງ, ຫວຽດນາມ ມີເງື່ອນໄຂສະດວກເພື່ອກ້າວເຂົ້າໄລຍະພັດທະນາໃໝ່. ທ່ານ ເຈິນແທັງເໝີ້ນ ປະທານສະພາແຫ່ງຊາດ ຫວຽດນາມ ຊີ້ແຈ້ງວ່າ:

      ປະເທດຊາດພວມຢືນຢູ່ຕໍ່ໜ້າບັນດາກາລະໂອກາດໃຫຍ່ແຕ່ກໍ່ເຕັມໄປດ້ວຍຄວາມຫຍຸ້ງຍາກ, ສິ່ງທ້າທາຍບໍ່ແມ່ນໜ້ອຍ. ສະພາແຫ່ງຊາດຈະສືບຕໍ່ປະຕິບັດບັນດາແຜນນະໂຍບາຍຂອງພັກ, ຮັບຟັງຄຳເຫັນຂອງຜູ້ມີສິດເລືອກຕັ້ງ, ປຊຊ ແລະ ວິສາຫະກິດ, ຮ່ວມເດີນທາງພ້ອມກັບລັດຖະບານ, ສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການ ປະຕິບັດວຽກງານສ້າງກົດໝາຍຢ່າງມີປະສິດທິຜົນ, ຕິດຕາມກວດກາສູງສຸດ, ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ.

   ທິດເດີນແມ່ນຈະແຈ້ງແລ້ວ, ພື້ນຖານໄດ້ຮັບການກໍ່ສ້າງແລ້ວ, ຈິດໃຈປ່ຽນແປງໃໝ່ໄດ້ແຜ່ກະຈາຍແລ້ວ. ເຖິງຢ່າງໃດກໍ່ຕາມ, ໃນສະເພາະໜ້າຍັງມີສິ່ງທ້າທາຍ, ຄວາມຫຍຸ້ງຍາກຫຼາຍຢ່າງ. ການຜັນຂະຫຍາຍນະໂຍບາຍຢູ່ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ຍັງຕ້ອງມີຄວາມສະເໝີຕົນສະເໝີປາຍກ່ວາອີກ; ການສົມທົບກັນໃນການປະຕິບັດກົດໝາຍຕ້ອງແຂງແຮງ ແລະ ຫຼ່ຽນໄຫຼ ແລະ ຍິ່ງກ່ວານັ້ນແມ່ນ ປຊຊ ໄດ້ຕັ້ງຄວາມຫວັງເຂົ້າໃນບັນດາການຫັນປ່ຽນອັນລະອຽດໃນຊີວິດປະຈຳວັນຄືດັ່ງຄຳຮຽກຮ້ອງຂອງ ທ່ານເລຂາທິການໃຫ່ຍ ໂຕເລິມ ທີ່ວ່າ:

          ແຕ່ລະຄຳຕັດສິນຂອງສະພາແຫ່ງຊາດ ບໍ່ພຽງແຕ່ໄດ້ກະທົບທັນທີຕໍ່ເສດຖະກິດ ສັງຄົມ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຊີວິດຂອງ ປຊຊ ນັບລ້ານຄົນໃນທຸກວັນນີ້ເທົ່ານັ້ນ, ຫາກຍັງເປັນຂີດໝາຍອັນຍາວນານ ແລະ ອະນາຄົດຂອງຊາດອີກດ້ວຍ. ດັ່ງນັ້ນ, ສະພາແຫ່ງຊາດຕ້ອງສະແດງໃຫ້ເຫັນຄຸນນະທາດ, ພູມປັນຍາ, ພາວະວິໄສ, ຍຸດຕິທຳຢ່າງຈະແຈ້ງກ່ວາ ເມື່ອຕັດສິນບັນດາບັນຫາສຳຄັນຍິ່ງຂອງປະເທດຊາດ, ບັນດາຍຸດທະສາດພັດທະນາເສດຖະກິດ-ສັງຄົມ, ຈັດແບ່ງງົບປະມານແຫ່ງຊາດ, ບັນດາໂຄງການພື້ນຖານໂຄງລ່າງຈຸດສຸມ, ນະໂຍບາຍຊີວິດສັງຄົມ, ແຜນນະໂຍບາຍໃຫຍ່ ແລະ ການເຊື່ອມໂຍງເຂົ້າກັບສາກົນ, ຫຼືບັນດາບັນຫາທີ່ກ່ຽວຂ້ອງເຖິງເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ.

          ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ສ້າງຂີດໝາຍຈະແຈ້ງ, ນັ້ນແມ່ນການປ່ຽນແປງໃໝ່ເພື່ອ ປຊຊ, ເພື່ອການພັດທະນາ, ປ່ຽນແປງໃໝ່ເພື່ອສ້າງລະບອບລະບຽບການທັນສະໄໝ ແລະ ສັງກາດພັດທະນາໃໝ່ຂອງປະເທດຊາດ. ຈິດໃຈດັ່ງກ່າວຈະສືບຕໍ່ແມ່ນການປະກອບສ່ວນສຳຄັນໃຫ້ແກ່ບັນດາອາຍຸການຕໍ່ໄປ./.

(ແຫຼ່ງຄັດຈາກ VOV)

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

ພາຍຫຼັງໄດ້ດຳເນີນເປັນເວລາ 40 ວັນຢູ່ຫໍ່ປະຊຸມສະພາແຫ່ງຊາດຢູ່ນະຄອນຫຼວງ ຮ່າໂນ້ຍ, ຕອນບ່າຍວັນທີ 11 ທັນວາ, ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ຈັດວາລະອັດກອງປະຊຸມ.

Top