• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ ໃນ​ວັນ​ທີ 03 ກໍ​ລະ​ກົດ

ໄລ່ຮອດຕອນເຊົ້າວັນທີ 3 ກໍລະກົດ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອລວມທັງໝົດກວ່າ 183,7 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 3,97 ລ້ານຄົນເສຍຊີວິດ. ພາຍຫຼັງທີ່ລະເບີດມາເກືອບ 2 ປີ, ໂລກລະບາດໂຄວິດ - 13 ໄດ້ແຜ່ລາມອອກສູ່ 219 ປະເທດ ແລະ ເຂດແຄວ້ນ.
(ພາບປະກອບ: TTXVN)

ຕາມກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ນັບແຕ່ເວລາ 6 ໂມງ ຫາເວລາ 12 ໂມງ ຂອງວັນທີ 3 ກໍລະກົດ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ -  19 ຕື່ມອີກ 330 ກໍລະນີ ຢູ່ 16 ທ້ອງຖິ່ນ, ໃນນັ້ນ ນະຄອນ ໂຮ່ຈີມິນ ຢັ້ງຢືນມີ 249 ຄົນ. ເປັນອັນວ່າ, ໄລ່ຮອດເວລາ 12 ໂມງຂອງວັນທີ 3 ກໍລະກົດ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ -  19 ລວມທັງໝົດ 18.690 ຄົນ, ໃນນັ້ນ ມີ 7.395 ຄົນໄດ້ຮັບການປິ່ນປົວຫາຍດີ ແລະ ມີ 84 ຄົນ ເສຍຊີວິດ.

ສ່ວນຢູ່ໃນໂລກ, ໄລ່ຮອດຕອນເຊົ້າວັນທີ 3 ກໍລະກົດ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອລວມທັງໝົດກວ່າ 183,7 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 3,97 ລ້ານຄົນເສຍຊີວິດ. ພາຍຫຼັງທີ່ລະເບີດມາເກືອບ 2 ປີ, ໂລກລະບາດໂຄວິດ - 13 ໄດ້ແຜ່ລາມອອກສູ່ 219 ປະເທດ ແລະ ເຂດແຄວ້ນ.

        ໃນວັນທີ 2 ກໍລະກົດ, ອິນເດຍ ໄດ້ກາຍເປັນປະເທດຢືນອັນດັບທີ 3 ໃນໂລກ ເມື່ອຢັ້ງຢືນມີກໍລະນີເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ລື່ນກາຍລະດັບ 400.000 ຄົນ. ຢູ່ ອາຊີ, ຈຳນວນຜູ້ຕິດເຊື້ອໃໝ່ຢູ່ ສ.ເກົາຫຼີ ໃນວັນທີ 2 ກໍລະກົດ ໄດ້ເພີ່ມຂຶ້ນລະດັບສູງສຸດໃນໄລຍະເກືອບ 6 ເດືອນຜ່ານມາ. ໃນຂະນະນັ້ນ, ເອີີຣົບ ກໍພວມຕ້ອງປະເຊີນໜ້າກັບກະແສຟອງມີຈຳນວນຜູ້ຕິດເຊື້ອໃໝ່ເພີ່ມຂຶ້ນ. ຢູ່ ອາຟະລິກາ, ເຊື້ອໄວຣັດປ່ຽນພັນ Delta ກໍພວມເຮັດໃຫ້ໂລກລະບາດໂຄວິດ - 19 ແຜ່ລະບາດໃນລະດັບສູງສະຖິຕິ. ຕາມອົງການອະນາໄມໂລກແລ້ວ, ຈຳນວນຜູ້ຕິດເຊື້ອຢູ່ ອາຟະລິກາ ໄດ້ເພີ່ມຂຶ້ນຢ່າງແຮງເປັນ 6 ອາທິດຢ່າງຕໍ່ເນື່ອງ.  

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top