• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

ໃນຂະນະນັ້ນ, ຕາມໂຄສົກຂອງ ສປຊ, ຂໍ້ລິເລີ່ມແຈກຢາຍວັກຊິນ COVAX ໃຫ້ບັນດາປະເທດທີ່ມີລາຍຮັບຕ່ຳ ແລະ ປານກາງ ໂດຍ ອົງການອະນາໄມໂລກ (WHO) ຍົກອອກມາ ມາຮອດປັດຈຸບັນ, ໄດ້ແຈກຢາຍວັນຊິນກວ່າ 36 ລ້ານໂດສໃຫ້ແກ່ 86 ປະເທດ. ເປົ້າໝາຍຂອງ COVAX ແມ່ນສັກວັກຊິນໃຫ້ແກ່ 20% ປະຊາກອນໂລກ, ແມ່ນປະມານ 1,6 ຕື້ຄົນໃນປີນີ້.
ພາບປະກອບ: TTXVN

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 6 ເມສາ (ຕາມເວລາ UTC), ໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 132,4 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 2,87 ລ້ານຄົນ. ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກເກືອບ 465.000 ຄົນ, ໃນນັ້ນ ອິນເດຍແມ່ນປະເທດທີ່ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກສູງທີ່ສຸດ ດ້ວຍ ຈຳນວນກ່ວາ 96.500 ຄົນ, ຖັດຈາກນັ້ນແມ່ນ ອາເມລິກາ ດ້ວຍ ຈຳນວນກ່ວາ 49.500 ຄົນ… ປັດຈຸບັນ ອາເມລິກາ, ບຣາຊິນ ແລະ ອິນເດຍ ແມ່ນ 3 ປະເທດມີຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ສູງທີ່ສຸດໃນໂລກ.

        ໃນຂະນະນັ້ນ, ຕາມໂຄສົກຂອງ ສປຊ, ຂໍ້ລິເລີ່ມແຈກຢາຍວັກຊິນ COVAX ໃຫ້ບັນດາປະເທດທີ່ມີລາຍຮັບຕ່ຳ ແລະ ປານກາງ ໂດຍ ອົງການອະນາໄມໂລກ (WHO) ຍົກອອກມາ ມາຮອດປັດຈຸບັນ, ໄດ້ແຈກຢາຍວັນຊິນກວ່າ 36 ລ້ານໂດສໃຫ້ແກ່ 86 ປະເທດ. ເປົ້າໝາຍຂອງ COVAX ແມ່ນສັກວັກຊິນໃຫ້ແກ່ 20% ປະຊາກອນໂລກ, ແມ່ນປະມານ 1,6 ຕື້ຄົນໃນປີນີ້.

        ສ່ວນຢູ່ ຫວຽດນາມ ນັບແຕ່ເວລາ 18 ໂມງຂອງວັນທີ 5 ເມສາ ຫາເວລາ 6 ໂມງຂອງວັນທີ 6 ເມສາ, ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ. ຈຳນວນຜູ້ຕິດເຊື້ອໂຄວິດ - 19 ຢູ່ຫວຽດນາມ ຍັງຄົງແມ່ນ 2.637 ຄົນ. ມາຮອດຈຸດເວລານີ້, ຫວຽດນາມ ໄດ້ປິ່ນປົວຫາຍດີເປັນປົກກະຕິໃຫ້ແກ່ 2.416 ຄົນ, ໃນນັ້ນມີ 35 ຄົນເສຍຊີວິດ.

        ໄລ່ຮອດເວລາ 16 ໂມງຂອງວັນທີ 5 ເມສາ, ມີ 52.868 ຄົນໃນ 19 ແຂວງ/ນະຄອນ ໄດ້ຮັບການສັກວັກຊິນກັນໂຄວິດ - 19. ບັນດາທ້ອງຖິ່ນ ດັ່ງກ່າວ ພວມສ້າງແຜນການຜັນຂະຫຍາຍວັກຊິນກັນໂຄວິດ - 19 ເພື່ອນຳຈຳນວນວັກຊິນ ໂດຍ COVAX ອຸປະຖຳເຂົ້າສູ່ການນຳໃຊ້ໂດຍໄວ.

 (ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top