• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 22 ມີນາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 123.849.827 ຄົນ, ໃນນັ້ນມີຜູ້ເສຍຊີວິດ 2.727.400 ຄົນ. 
ພາບປະກອບ: THX/TTXVN

ວັນທີ 22 ມີນາ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ໄລ່ຮອດເວລາ 18ໂມງຂອງວັນທີ 22 ມີນາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 3 ຄົນ. ໃນວັນທີ 22 ມີນາ, ຫວຽດນາມ ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິຕື່ມອີກ 36 ຄົນ. ດັ່ງນັ້ນມາຮອດປັດຈຸບັນ, ຫວຽດນາມມີຜູ້ໄດ້ຮັບການສັກວັກຊິນກັນພະຍາດໂຄວິດ - 19 33.891 ຄົນ, ມີຜູ້ຕິດເຊື້ອພະຍາດໂຄວິດ - 19 2572 ຄົນ, ໃນນັ້ນ ມີ 2234 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.

        ແລະໃນເຫດການທີ່ກ່ຽວຂ້ອງ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 22 ມີນາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 123.849.827 ຄົນ, ໃນນັ້ນມີຜູ້ເສຍຊີວິດ 2.727.400 ຄົນ. ອາເມລິກາແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດດ້ວຍຜູ້ເສຍຊີວິດ 555.298 ຄົນ ໃນຍອດຈຳນວນຜູ້ຕິດເຊື້ອ 30.521.672 ຄົນ, ຖັດຈາກນັ້ນແມ່ນ ບຣາຊິນ, ອິນເດຍ, ລັດເຊຍ, ອັງກິດ.

(ແຫຼ່ງຄັດຈາກ VOV)

ເລີ່ມ​ລົງ​ມື​ກໍ່​ສ້າງ​ສຳ​ນັກ​ງານ​ສູນ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ອິນ​ເຕີ​ເນັດ ຢູ່​ພາກ​ພື້ນ ອາ​ຊີ ປາ​ຊີ​ຟິກ

ເລີ່ມ​ລົງ​ມື​ກໍ່​ສ້າງ​ສຳ​ນັກ​ງານ​ສູນ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ອິນ​ເຕີ​ເນັດ ຢູ່​ພາກ​ພື້ນ ອາ​ຊີ ປາ​ຊີ​ຟິກ

ທ່ານ​ນາງ Delphine Schantz ຜູ້​ຕາງ​ໜ້າ​ອົງ​ການ​ຕ້ານ​ອາດ​ຊະ​ຍາ​ກຳ​ອິນ​ເຕີ​ເນັດ ສ​ປ​ຊ (UNODC), ຊີ້​ໃຫ້​ເຫັນ​ວ່າ ເຫດ​ການ​ໄດ້ສ້າງ​ຂີດ​ໝາຍ​ສຳ​ຄັນ​ບໍ່​ພຽງ​ແຕ່​ສຳ​ລັບ ຫວຽດ​ນາມ​ເທົ່າ​ນັ້ນ​ຫາກ​ຍັງ​ສຳ​ລັບ​ທົ່ວ​ພາກ​ພື້ນ​ອີກ​ດ້ວຍ.

Top